ທ່າມກາງບັນຍາກາດອັນເຄັ່ງຂຶ້ມ, ຄະນະຜູ້ແທນໄດ້ວາງພວງມາລາ, ຖະຫວາຍທູບທຽນອາໄລຫາສະແດງຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ເຂົາເຈົ້າໄດ້ອຸທິດເລືອດເນື້ອ, ຕໍ່ສູ້ຢ່າງພິລະອາດຫານເພື່ອສ້າງເປັນໄຊຊະນະປະຫວັດສາດດ້ຽນບຽນຝູ.

leftcenterrightdel
ຄະນະຈັດຕັ້ງງານແຂ່ງຂັນວາງດອກໄມ້ອາໄລຫາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດ ດ້ຽນບຽນຝູ. ພາບ: qdnd.vn

ນີ້ແມ່ນຄັ້ງທີ 5 ທີ່ໜັງສືພິມກອງທັບປະຊາຊົນຫວຽດນາມ ເປັນປະທານ, ສົມທົບກັບສະຫະພັນລົດຖີບ-ລົດຈັກກິລາຫວຽດນາມ ແລະບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນຈັດຕັ້ງການແຂ່ງຂັນລົດຖີບກັບຄືນສູ່ດ້ຽນບຽນຝູ.

ການແຂ່ງຂັນມີຄວາມໝາຍປຸກລຸກຈິດໃຈຮັກຊາດ, ຄວາມມະຫາສາມັກຄີ, ຄວາມເອກອ້າງທະນົງໃຈ, ເຊີດຊູຊາດ, ມູນເຊື້ອ ແລະຫຼັກສິນທຳ ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ສະແດງຄວາມຮູ້ບຸນຄຸນ, ຕອບບຸນແທນຄຸນຕໍ່ພີ່ນ້ອງຮ່ວມຊາດ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ປະກອບສ່ວນສ້າງເປັນໄຊຊະນະດ້ຽນບຽນຝູ.

leftcenterrightdel
ຄະນະຈັດຕັ້ງງານແຂ່ງຂັນອາໄລຫາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ດ້ຽນບຽນຝູ. ພາບ: qdnd.vn

ກັບຄືນສູ່ດິນແດນປະຫວັດສາດ ດ້ຽນບຽນຝູ, ພ້ອມກັບບັນດາການເຄື່ອນໄຫວແຂ່ງຂັນລົດຖີບ, ວຽກງານສັງຄົມ, ຄະນະຈັດຕັ້ງຍັງໄປຢ້ຽມຢາມບັນດາສະຖານທີ່ປະຫວັດສາດ, ຖະຫວາຍທູບທຽນອາໄລຫາບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ, ສະແດງຄວາມຮູ້ບຸນຄຸນຕໍ່ຮຸ່ນພໍ່ຮຸ່ນອ້າຍທີ່ເສຍສະຫຼະຊີວິດເພື່ອເອກະລາດ ແລະເສລີພາບຂອງປະເທດຊາດ. ນີ້ກໍ່ແມ່ນກິດຈະກຳທີ່ມີຄວາມໝາຍແນໃສ່ສຶກສາມູນເຊື້ອຕໍ່ລຸ້ນໃນປະຈຸບັນ

ໂດຍ: ຈາງຫງວຽນ