ເຂົ້າຮ່ວມກອງປະຊຸມມີ: ທ່ານພົນໂທ ຟຸ່ງສີ໊ເຕີນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ; ຜູ້ຕາງໜ້າການນຳບັນດາອົງການ ແລະກົມກອງທີ່ກ່ຽວຂ້ອງ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ຝູເຊີນ 

ທ່ານພົນຈັດຕະວາ ຫວູແທ່ງວັນ, ຫົວໜ້າກົມການພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ), ລາຍງານທີ່ກອງປະຊຸມ ເນັ້ນໜັກວ່າ: ດ້ວຍຫຼາຍກິດຈະກຳທີ່ອຸດົມສົມບຸນ, ຫຼາຍຮູບຫຼາຍແບບ, ແທດຈິງໂດຍກະຊວງ ປ້ອງກັນປະເທດສອງປະເທດເປັນປະທານ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 8 ດໍາເນີນຢູ່ສອງແຂວງລາວກາຍ (ຫວຽດນາມ) ແລະຢູນນານ (ຈີນ) ແຕ່ວັນທີ 11 ຫາວັນທີ 12 ເມສາ 2024 ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ສ້າງຄວາມປະທັບໃຈ, ສືບຕໍ່ປະກອບສ່ວນຂະຫຍາຍຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບນໍ້າໃຈມິດຕະພາບ, ຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນສອງປະເທດ.

ປີ 2024 ກໍ່ແມ່ນຂີດໝາຍ 10 ປີແຫ່ງການຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ. ນັບແຕ່ໂຄງການພົບປະແລກປ່ຽນຄັ້ງທຳອິດໃນປີ 2014, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການຈັດຕັ້ງກໍ່ຕາມ, ແຕ່ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ໄດ້ກາຍເປັນການເຄື່ອນໄຫວປະຈຳປີຢູ່ບັນດາແຂວງຕິດກັບຊາຍແດນຂອງຫວຽດນາມ - ຈີນ ແລະນັບມື້ນັບພັດທະນາຢ່າງເລິກເຊິ່ງ ແລະກວ້າງຂວາງ;  ເນື້ອໃນນັບມື້ນັບອຸດົມສົມບູນດ້ວຍການເຄື່ອນໄຫວແທດຈິ່ງ ແລະມີຄວາມໝາຍຫຼາຍຢ່າງ, ມີກໍາລັງແຜ່ຂະຫຍາຍສູງ, ມີຄວາມໝາຍດ້ານການເມືອງສຳຄັນ, ໄດ້ຮັບການສະໜັບສະໜູນຈາກການນຳທຸກຂັ້ນ, ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນສອງປະເທດ ແລະຄວາມສົນໃຈຈາກຫ່າງສຽງສາກົນ. ຜ່ານການພົບປະແລກປ່ຽນແຕ່ລະຄັ້ງ, ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ຈີນ ໄດ້ມີການພັດທະນາຢ່າງຕັ້ງໜ້າ, ປະກອບສ່ວນຮັດແໜ້ນການພົວພັນລະຫວ່າງ 2 ປະເທດ ແລະກອງທັບສອງປະເທດ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ຝູເຊີນ

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ຊີ້ແຈ້ງບາງເຫດຜົນທີ່ພາໄປສູ່ຜົນສຳເລັດຂອງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ - ຈີນ ຄັ້ງທີ 8, ກໍ່ຄືການພົບປະແລກປ່ຽນຄັ້ງກ່ອນໆ.

leftcenterrightdel
 

leftcenterrightdel
 

leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ມອບໃຫ້ຜູ້ຕາງໜ້າບັນດາໝູ່ຄະນະ, ສ່ວນບຸກຄົນ. ພາບ: ຝູເຊີນ

ຕາງໜ້າການນໍາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະເຜີຍແຜ່ຄວາມເຫັນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍບັນດາອົງການ, ກົມກອງທີ່ໄດ້ປະຕິບັດວຽກງານເປັນເສນາທິການ, ຈັດຕັ້ງ ແລະເຂົ້າຮ່ວມງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ - ຈີນ ເປັນຢ່າງດີ; ພ້ອມທັງ, ເນັ້ນໜັກວ່າ, ໃນໄລຍະຈະມາເຖິງຕ້ອງສືບຕໍ່ຮັກສາການເຄື່ອນໄຫວພົບປະແລກປ່ຽນຢູ່ເຂດຊາຍແດນກັບຈີນ ກໍ່ຄືປະເທດບ້ານໃກ້ເຮືອນຄຽງຢູ່ທຸກຂັ້ນ...

leftcenterrightdel
ທ່ານພົນໂທ ຟຸ່ງສີ໊ເຕີນ, ມອບໃບຍ້ອງຍໍຂອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໃຫ້ແກ່ຜູ້ຕາງໜ້າບັນດາໝູ່ຄະນະ, ສ່ວນບຸກຄົນ. ພາບ: ຝູເຊີນ

ທີ່ກອງປະຊຸມ, ທ່ານພົນໂທ ຮວ່າງຊວນຈຽນ ແລະທ່ານພົນໂທ ຟຸ່ງສີ໊ເຕີນ ໄດ້ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໃຫ້ຜູ້ຕາງໜ້າບັນດາກົມກອງ, ສ່ວນບຸກຄົນທີ່ບັນລຸໄດ້ບັນດາຜົນງານດີເດັ່ນໃນການເປັນເສນາທິການ, ການຈັດຕັ້ງ ແລະເຂົ້າຮ່ວມງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ - ຈີນ ຄັ້ງທີ 8 ໜັງສືພິມກອງທັບປະຊາຊົນ ຫວຽດນາມໄດ້ຮັບກຽດທີ່ມີ 1 ໝູ່ຄະນະ ແລະ 2 ຄົນໄດ້ຮັບໃບຍ້ອງຍໍຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ; 1 ໝູ່ຄະນະ ແລະ  2 ຄົນໄດ້ຮັບໃບຍ້ອງຍໍຂອງຫົວໜ້າກົມໃຫຍ່ການເມືອງ.

ໂດຍ: ໄຊນີດາ