ກ່າວຄຳເຫັນຕີລາຄາ, ທ່ານພົນໂທ ຫງວຽນເຕີນເກືອງ ເນັ້ນໜັກວ່າ: ຄະນະຊີ້ນຳ, ອະນຸກຳມະການສວນສະໜາມ, ແຫ່ຂະບວນສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ໄດ້ສຸມໃສ່ຊີ້ນຳ ແລະນຳພາວຽກງານວາງແຜນການ, ຜັນຂະຫຍາຍການປະຕິບັດບັນດາໜ້າທີ່ຮັບປະກັນຢ່າງຄົບຊຸດ, ແໜ້ນແຟ້ນ; ສຳຫຼວດ ແລະຄັດເລືອກບ່ອນກິນ, ບ່ອນຢູ່ ແລະຝຶກແອບໃຫ້ບັນດາກຳລັງເພື່ອຮັບປະກັນລັກສະນະວິທະຍາສາດ ແລະເໝາະສົມກັບສະພາບຕົວຈິງ. ບັນດາອົງການ, ຫົວໜ່ວຍໄດ້ປະຕິບັດວຽກງານຊາບຊຶມເປັນຢ່າງດີ, ເຮັດໃຫ້ພະນັກງານ, ລັດຖະກອນ, ທະຫານຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມໝາຍ, ຂອບຂະໜາດ, ຄຸນຄ່າປະຫວັດສາດອັນຍິ່ງໃຫຍ່ຂອງໄຊຊະນະດ້ຽນບຽນຝູ; ຖືວ່ານີ້ແມ່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ ແລະເປັນໜ້າທີ່ຮັບຜິດຊອບອັນໃຫຍ່ຫຼວງເມື່ອໄດ້ເຂົ້າຮ່ວມເຫດການສຳຄັນຍິ່ງນີ້, ຈາກນັ້ນມີເຈດຈຳນົງຄວາມຕັດສິນໃຈ, ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ ແລະຕັ້ງໜ້າຝຶກແອບ.

leftcenterrightdel
ທ່ານພົນໂທ ຫງວຽນເຕີນເກືອງ ກວດກາ ແລະລະດົມກຳລັງໃຈບັນດາກໍາລັງທີ່ເຂົ້າຮ່ວມການສວນສະໜາມ, ແຫ່ຂະບວນ. ພາບ: qdnd.vn

ຕາມທ່ານພົນໂທ ຫງວຽນເຕີນເກືອງ, ບັນດາກຳລັງເຂົ້າຮ່ວມການສວນສະໜາມ, ແຫ່ຂະບວນໄດ້ຝຶກຊ້ອມຢ່າງຖືກຕ້ອງ, ສະໝຳສະເໝີ, ເຂັ້ມແຂງ, ສວຍງາມ, ເປັນເອກະພາບ, ສະແດງໃຫ້ເຫັນກຳລັງແຮງຂອງກອງທັບປະຊາຊົນ. ບັນດາກໍາລັງຮັບປະກັນ, ຮັບໃຊ້, ຍົກສູງຈິດໃຈຮັບຜິດຊອບ ແລະການເບິ່ງແຍງດູແລຢ່າງລອບຄອບໃຫ້ບັນດາກໍາລັງເຂົ້າຮ່ວມການຝຶກແອບ. ຕາງໜ້າຄະນະພັກການທະຫານສູນກາງ ແລະການນໍາກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນເຕີນເກືອງ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານໃນການຝຶກຊ້ອມຂອງບັນດາກໍາລັງຢູ່ນະຄອນດ້ຽນບຽນຝູ.

ທ່ານພົນໂທ ຫງວຽນເຕີນເກືອງ ຮຽກຮ້ອງໃຫ້ບັນດາກໍາລັງຕ້ອງສຸມກຳລັງ, ດ້ວຍຄວາມຮັບຜິດຊອບ, ຄວາມມານະພະຍາຍາມສູງສຸດເພື່ອເຮັດສໍາເລັດໜ້າທີ່ເປັນຢ່າງດີ, ສົມກັບຂອບຂະໜາດຂອງເຫດການ. ພ້ອມກັນນັ້ນ, ອະນຸກຳມະການສວນສະໜາມ, ແຫ່ຂະບວນຕ້ອງສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະທ້ອງຖິ່ນທີ່ກ່ຽວຂ້ອງເພື່ອກະກຽມໃຫ້ແກ່ການກວດ, ການຝຶກຊ້ອມ ແລະພິທີທາງການຈະມາເຖິງ. ກະກຽມຢ່າງລອບຄອບ, ຮັບປະກັນເງື່ອນໄຂກ່ຽວກັບສະໜາມ, ວັດຖຸ, ແລະພາຫະນະໃນຕະຫຼອດໄລຍະຝຶກແອບ. ທ່ານພົນໂທ ຫງວຽນເຕີນເກືອງ ໄດ້ຂອບໃຈຕໍ່ຄວາມເອົາໃຈໃສ່, ການສົມທົບກັນ, ການຊ່ວຍເຫຼືອຂອງຄະນະພັກ, ອໍານາດການປົກຄອງ, ປະຊາຊົນບັນດາເຜົ່າຢູ່ແຂວງດ້ຽນບຽນ ໃນໄລຍະທີ່ກໍາລັງເຂົ້າຮ່ວມການສວນສະໜາມ, ການແຫ່ຂະບວນປະຕິບັດໜ້າທີ່ຢູ່ທ້ອງຖິ່ນ; ຫວັງວ່າບັນດາກຳລັງຈະເສີມຂະຫຍາຍຈິດໃຈຮັບຜິດຊອບ ແລະໄດ້ມານະພະຍາຍາມປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍປະສົບຜົນສຳເລັດຢ່າງຈົບງາມ.

ໂດຍ: ໄຊນີດາ