ເຂົ້າຮ່ວມກຳລັງລາດຕະເວນໃນຄັ້ງນີ້, ຝ່າຍຕໍາຫຼວດທະເລຫວຽດນາມ ມີກອງເຮືອກໍາປັ່ນຕໍາຫຼວດທະເລ ໝາຍເລກ 8004 ແລະ 8003, ໂດຍທ່ານພັນເອກພິເສດ ເລືອງກາວຄາຍ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການຕໍາຫຼວດທະເລເຂດ 1 ເປັນຫົວໜ້າຄະນະ. ຝ່າຍຕໍາຫຼວດທະເລຈີນ ມີກອງກຳປັ່ນຕໍາຫຼວດທະເລໝາຍເລກ 4302 ແລະ 4203 ໂດຍທ່ານພັນເອກພິເສດ Wu You Lin, ຮອງຫົວໜ້າກົມທະເລຈີນ ໃຕ້ ເປັນຫົວໜ້າຄະນະ.

leftcenterrightdel
ຕໍາຫຼວດທະເລຂອງສອງປະເທດດຳເນີນການພົບປະສະຫຼຸບການລາດຕະເວນ. ພາບ: qdnd.vn
leftcenterrightdel
ທ່ານພັນເອກພິເສດ Wu You Lin ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານພັນເອກພິເສດ ເລືອງກາວຄາຍ. ພາບ: qdnd.vn
leftcenterrightdel
ຕໍາຫຼວດທະເລສອງປະເທດຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ໃນການສະຫຼຸບການລາດຕະເວນທີ່ຈັດຕັ້ງຢູ່ກອງກຳປັ່ນຕໍາຫຼວດທະເລໝາຍເລກ 4302 (ຕໍາຫຼວດທະເລຈີນ), 2 ຝ່າຍມີຄວາມປິຕິຊົມຊື່ນເມື່ອເຫັນວ່າ, ດ້ວຍຈິດໃຈທີ່ຕັ້ງໜ້າ, ເປັນເຈົ້າການ, ກໍາລັງຕໍາຫຼວດທະເລສອງປະເທດໄດ້ສົມທົບກັນມານະພະຍາຍາມ, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດສໍາເລັດແຜນການທີ່ໄດ້ວາງອອກ, ຮັບປະກັນຄວາມປອດໄພຢ່າງເດັດຂາດ. ສອງຝ່າຍໄດ້ສະແດງຄວາມເຊື່ອໝັ້ນວ່າ ຜົນສຳເລັດຂອງການລາດຕະເວນຮ່ວມຄັ້ງນີ້ຈະແມ່ນປະຖົມປັດໄຈອັນດີງາມໃຫ້ແກ່ການເຄື່ອນໄຫວຮ່ວມມືຄັ້ງຕໍ່ໄປລະຫວ່າງ ຕໍາຫຼວດທະເລຫວຽດນາມ ແລະຕໍາຫຼວດທະເລຈີນ.

ໂດຍ: ທະນາພອນ