ສະຫາຍລັດຖະມົນຕີ ຟານວັນຢາງ ແລະບັນດາສະຫາຍໃນຄະນະ ໄດ້ໄປຢ້ຽມຢາມ, ອວຍພອນສະຫາຍພົນເອກ ໂງຊວນລິກ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ; ສະຫາຍພົນເອກ ໂດ໋ບ໊າຕິ, ອະດີດຮອງປະທານສະພາແຫ່ງຊາດ, ອະດີດຫົວໜ້າກົມໃຫຍ່ເສນາທິການ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ສະຫາຍພົນໂທ ເຈືອງກວາງແຄ໊ງ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ສະຫາຍພົນໂທ ຟ້າມຊວນຮຸ່ງ, ອະດີດຮອງຫົວໜ້າກົມໃຫຍ່ເສນາທິການ; ສະຫາຍພົນຕີ ຫງວຽນກວ໊ກແຄ໊ງ, ອະດີດຮອງຫົວໜ້າກົມໃຫຍ່ເສນາທິການ.

leftcenterrightdel
ສະຫາຍລັດຖະມົນຕີ ຟານວັນຢາງ ຢ້ຽມຢາມ, ອວຍພອນສະຫາຍພົນເອກ ໂງຊວນລິກ. ພາບ: qdnd.vn
leftcenterrightdel
ສະຫາຍພົນເອກ ຟານວັນຢາງ ຢ້ຽມຢາມຄອບຄົວສະຫາຍພົນເອກ ໂດ໋ບ໊າຕິ. ພາບ: qdnd.vn

ດ້ວຍຄວາມຈິງໃຈໃນການຢ້ຽມຢາມຖາມຂ່າວ, ອວຍພອນບັນດາສະຫາຍອະດີດການນໍາກະຊວງປ້ອງກັນປະເທດ ແລະກົມໃຫຍ່ເສນາທິການ, ສະຫາຍພົນເອກ ຟານວັນຢາງ ໄດ້ແຈ້ງໃຫ້ບັນດາສະຫາຍຮັບຊາບກ່ຽວກັບບັນດາໝາກຜົນອັນພົ້ນເດັ່ນໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດຂອງທົ່ວກອງທັບໃນໄລຍະຜ່ານມາ ແລະບາງໜ້າທີ່ຈຸດສຸມ ເຊິ່ງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດພວມສຸມໃສ່ຜັນຂະຫຍາຍ, ຈັດຕັ້ງປະຕິບັດ. ຕາມນັ້ນແລ້ວ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໄດ້ນໍາພາ-ຊີ້ນໍາທົ່ວກອງທັບປະຕິບັດສໍາເລັດໜ້າທີ່ຢ່າງຮອບດ້ານ, ເປັນຕົ້ນແມ່ນໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບ; ສືບຕໍ່ເສີມຂະຫຍາຍບົດບາດຫຼັກແຫຼ່ງໃນພາລະກິດປົກປັກຮັກສາປະເທດຊາດ, ຕັ້ງໜ້າເຂົ້າຮ່ວມການສ້າງສາປະເທດຊາດ, ເປັນບ່ອນອີງອັນໜັກແໜ້ນ,  ໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະປະຊາຊົນ; ໄດ້ຮັບການຕີລາຄາສູງຈາກການນຳພັກ, ລັດ, ຄະນະພັກ ແລະອຳນາດການປົກຄອງທ້ອງຖິ່ນ...

leftcenterrightdel
ສະຫາຍພົນເອກ ຟານວັນຢາງ ແລະຄະນະປະຕິບັດງານຢ້ຽມຢາມ, ອວຍພອນສະຫາຍພົນໂທ ເຈືອງກວາງແຄ໊ງ. ພາບ: qdnd.vn

ສະຫາຍພົນເອກ ຟານວັນຢາງ ອວຍພອນໃຫ້ບັນດາສະຫາຍອະດີດການນໍາກະຊວງປ້ອງກັນປະເທດ ແລະກົມໃຫຍ່ເສນາທິການ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ; ຫວັງວ່າບັນດາສະຫາຍຈະສືບຕໍ່ເອົາໃຈໃສ່, ຕິດຕາມ ແລະປະກອບຄຳເຫັນທີ່ມີຄ່າ, ສຸດອົກສຸດໃຈ ເພື່ອກໍ່ສ້າງກອງທັບໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງຂຶ້ນເລື້ອຍໆ.

ໂດຍ: ເຈິ່ນຮວ່ຽນ