ໃນການຝຶກຊ້ອມ, ນັກສໍາມະນາກອນກໍາແໜ້ນ ແລະນຳໃຊ້ຄວາມຮູ້ເຂົ້າບັນດາເນື້ອໃນຕົວຈິງ ແລະໜ້າທີ່ທີ່ໄດ້ຮັບມອບໝາຍ; ປະຕິບັດຂໍ້ກໍານົດຢ່າງເຂັ້ມງວດ, ຍົກສູງຄວາມຮັບຜິດຊອບ, ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ປະສົບຜົນສໍາເລັດເປັນຢ່າງດີ; ຮັບປະກັນຄວາມປອດໄພຢ່າງເດັດຂາດ. ຖັນແຖວພະນັກງານ, ຄູອາຈານກໍາແໜ້ນຫຼັກການ, ສ້າງແຜນການ, ເນື້ອໃນຢ່າງຖືກຕ້ອງ, ມີວິທະຍາສາດ; ບັນຊາການຝຶກຊ້ອມຢ່າງຄ່ອງແຄ້ວ, ຄ່ອງຕົວຕາມແຜນການ ແລະຈຸດປະສົງຂອງຄະນະຊີ້ນຳການຝຶກຊ້ອມ.

leftcenterrightdel
ທ່ານພົນຈັດຕະວາ ວັນງອກເກວ, ຮອງຫົວໜ້າການເມືອງທະຫານຊາຍແດນ ເຂົ້າຮ່ວມ ແລະຊີ້ນຳການຝຶກຊ້ອມ. ພາບ: ຕວນຄາງ

ການຝຶກຊ້ອມເພື່ອແນໃສ່ປັບປຸງ ແລະກຳແໜ້ນຄວາມຮູ້ດ້ານທິດສະດີ; ຍົກສູງຄວາມສາມາດດ້ານວິຊາການໃຫ້ແກ່ນັກສໍາມະນາກອນທີ່ເປັນຫົວໜ້າຄ້າຍທະຫານຊາຍແດນ, ຫົວໜ້າຄະນະໃນການເປັນເສນາທິການ, ການຈັດຕັ້ງບັນຊາການປະຕິບັດວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ປ່ຽນສະພາບການກຽມພ້ອມສູ້ຮົບ ແລະປະຕິບັດຍຸດທະວິທີຍີງລູກປືນແທ້; ເພື່ອໃຫ້ນັກສຳມະນາກອນໃກ້ຊິດຕິດແທດກັບການຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງຊາດ, ສອດຄ່ອງກັບໜ້າທີ່ຮັບຜິດຊອບ. ຜ່ານການຝຶກຊ້ອມຈະຕີລາຄາການສຶກສາ-ກໍ່ສ້າງ; ປັບປຸງ, ເພີ່ມເຕີມ, ເນື້ອໃນ, ໂຄງການ, ວິທີການຝຶກອົບຮົມໃຫ້ສຳເລັດບໍລິບຸນ ແລະຍົກສູງລະດັບ, ຄວາມສາມາດໃຫ້ຖັນແຖວພະນັກງານ, ຄູອາຈານຂອງວິທະຍາຄານທະຫານຊາຍແດນ.

ໂດຍ: ຈາງຫງວຽນ