ທີ່ການພົບປະ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ຊົມເຊີຍທ່ານ Aleksander Surdej ທີ່ໄດ້ແຕ່ງຕັ້ງມາເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ. ໂປໂລຍ ປະຈຳຫວຽດນາມ. ທ່ານພົນໂທ ຮວ່າງຊວນຈຽນ ແບ່ງປັນວ່າ ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ໂປໂລຍ ໄດ້ຮັບການຜັນຂະຫຍາຍຢ່າງແທດຈິງ, ມີປະສິດທິຜົນກວ່າ; ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາເນື້ອໃນການຮ່ວມມືສຳຄັນ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ປັບປຸງຂອບເຂດ, ກົນໄກຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ; ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດປ້ອງກັນປະເທດ 2 ປະເທດໄດ້ຕິດຕໍ່ພົວພັນ, ຄົ້ນຄວ້າຄວາມສາມາດຮ່ວມມື, ໃນນັ້ນມີການເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2024; ໂປໂລຍ ຈະສືບຕໍ່ສະໜັບສະໜູນການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ ຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ. ໂປໂລຍ ປະຈຳ ຫວຽດນາມ. ພາບ: ຮ່າເຟືອງ

ເນື່ອງໃນໂອກາດນີ້, ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ເຊື້ອເຊີນລັດຖະມົນຕີ, ການນຳກະຊວງປ້ອງກັນປະເທດ ໂປໂລຍ ມາຢ້ຽມຢາມ ແລະ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2024; ສະເໜີໃຫ້ສອງຝ່າຍລົງນາມໃນບົດບັນທຶກຊ່ວຍຈໍາສະບັບໃໝ່ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ໃນນັ້ນເວົ້າເຖິງບັນດາເນື້ອໃນໃໝ່ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ສືບຕໍ່ຍູ້ແຮງການຮ່ວມມືດ້ານການບຳລຸງກໍ່ສ້າງ; ໂປໂລຍ ສະໜັບສະໜູນການບຳລຸງສ້າງໃຫ້ແກ່ຫວຽດນາມ ໃນຂົງເຂດຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ແລະເສນາຮັກ.

ທ່ານເອກອັກຄະລັດຖະທູດ Aleksander Surdej ສະເໜີໃຫ້ກະຊວງປ້ອງກັນປະເທດຫວຽດນາມ ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ທູດປ້ອງກັນຊາດ ໂປໂລຍ ປະຕິບັດສຳເລັດໜ້າທີ່ຂອງຕົນໃນໄລຍະດຳລົງຕຳແໜ່ງຢູ່ຫວຽດນາມ; ເນັ້ນໜັກວ່າ ໂປໂລຍ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ໃນການບຳລຸງສ້າງນັກສຶກສາຢູ່ໂຮງຮຽນທະຫານຢູ່ ໂປໂລຍ; ພ້ອມແລ້ວທີ່ຈະແບ່ງປັນປະສົບການຂອງ ໂປໂລຍ ໃນຂົງເຂດຮັກສາສັນຕິພາບກັບຫວຽດນາມ. ທ່ານເອກອັກຄະລັດຖະທູດ Aleksander Surdej ຢືນຢັນວ່າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ແທດຈິງ.

ໂດຍ: ຈາງຫງວຽນ