ເຂົ້າຮ່ວມພິທີມີທ່ານພົນໂທ ຮວ່າງຊວນຈຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດກ່ຽວກັບການເຂົ້າຮ່ວມເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ (ສປຊ); ທ່ານພົນໂທ ຟຸ່ງສີເຕິນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ.

leftcenterrightdel
ການນຳກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ແລະບັນດາຜູ້ແທນເຂົ້າຮ່ວມພິທີ. ພາບ: ຮົ່ງຢາງ

ສູນ ITLS ແຫ່ງທຳອິດຢູ່ຫວຽດນາມ ແມ່ນຂຶ້ນກັບໂຮງໝໍກອງທັບ 175 ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການລິເລີ່ມບັນດາການເຄື່ອນໄຫວສັນຕິພາບທົ່ວໂລກ (GPOI) ຂອງລັດຖະບານອາເມລິກາ. ໂຄງການ ITLS ປະກອບມີ 5 ໄລຍະ, ເຊິ່ງໄດ້ຜັນຂະຫຍາຍມາແຕ່ເດືອນກັນຍາ 2022 ຫາເດືອນກຸມພາ 2024, ຈັດຕັ້ງ 5 ຊຸດຝຶກອົບຮົມຢູ່ໂຮງໝໍກອງທັບ 175. ມາຮອດປະຈຸບັນ, ສູນ ITLS ແຫ່ງທຳອິດຢູ່ຫວຽດນາມ ໄດ້ຮັບໃບຢັ້ງຢືນບັນລຸມາດຕະຖານຂອງອາເມລິກາ  ແລະສາກົນຢ່າງເປັນທາງການ. ສູນ ITLS ຊ່ວຍ ຫວຽດນາມ ເປັນເຈົ້າການຝຶກຝົນຫຼໍ່ຫຼອມ, ອອກໃບຢັ້ງຢືນ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງ ສປຊ ໃຫ້ແກ່ບັນດາກໍາລັງການແພດທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ກໍ່ຄືໃຫ້ພະນັກງານ, ນັກຮົບຢູ່ພາຍໃນ ແລະນອກກອງທັບ; ປະກອບສ່ວນເຂົ້າໃນການພັດທະນາຖັນແຖວອາຈານ ITLS ບັນລຸມາດຖານສາກົນ, ສ້າງປະຖົມປັດໃຈ ເພື່ອສືບຕໍ່ຜັນຂະຫຍາຍຂັ້ນຕອນລະບຽບການ ມຸ່ງໄປເຖິງການສ້າງຕັ້ງສູນ ITLS ແຫ່ງທີ 2 ຢູ່ ຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ຟຸ່ງສີເຕິນ ເນັ້ນໜັກວ່າ: ການເປີດຕົວສູນ ITLS ບັນລຸມາດຕະຖານສາກົນແຫ່ງທຳອິດຢູ່ຫວຽດນາມ ປະກອບສ່ວນຍົກສູງທີ່ຕັ້ງສາກົນຂອງຫວຽດນາມ ໃນວຽກງານຝຶກປະຖົມພະຍາບານຜູ້ໄດ້ຮັບບາດເຈັບສາກົນ, ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະບັນດາຄູ່ຮ່ວມມືສາກົນໃນໄລຍະຈະມາເຖິງຢ່າງແທດຈິງ. ບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ສືບຕໍ່ສົມທົບກັບໂຮງໝໍກອງທັບ 175 ໃນວຽກງານຮັບປະກັນເພື່ອໃຫ້ສູນ ITLS ດຳເນີນງານຢ່າງມີປະສິດທິຜົນ. ໂຮງໝໍກອງທັບ 175 ຕ້ອງຕັ້ງໜ້າ, ເປັນເຈົ້າການ ແລະຜັນຂະຫຍາຍບັນດາຊຸດຝຶກອົບຮົມ, ບໍາລຸງສ້າງ, ກໍ່ສ້າງ ແລະອອກໃບຢັ້ງຢືນການຝຶກປະຖົມພະຍາບານຜູ້ໄດ້ຮັບບາດເຈັບສາກົນໂດຍໄວ.

ໂດຍ: ຈາງຫງວຽນ