ໃນການຝຶກແອບຄັ້ງນີ້, ກອງບັນຊາການຕໍາຫຼວດທະເລເຂດ 2 ຂອງຫວຽດນາມ ແລະກໍໍາປັ່ນລາດຕະເວນ Vendemiaire ຂອງທະຫານເຮືອຝລັ່ງ ໄດ້ແລກປ່ຽນບົດຮຽນໃນການຕ້ານການຄ້າເຖື່ອນຢູ່ທະເລ ແລະແບ່ງປັນຂໍ້ມູນຂ່າວສານ; ຝຶກແອບການຊອກຫາ, ກູ້ໄພ, ຕ້ານອັກຄີໄພ, ຕ້ານມົນລະພິດ, ຮັບປະກັນຄວາມປອດໄພຢູ່ທະເລກ່ອນອອກຈາກນະຄອນດ່ານັງ ສິ້ນສຸດການຢ້ຽມຢາມຢ່າງຈົບງາມ.

leftcenterrightdel
ຄະນະປະຕິບັດງານຕໍາຫຼວດທະເລເຂດ 2 ຢ້ຽມຢາມເຂດຝຶກຊ້ອມຍົນເຮລິກົບແຕ ຢູ່ກຳປັ່ນລາດຕະເວນ Vendemiaire ຂອງທະຫານເຮືອຝລັ່ງ. ພາບ: qdnd.vn

ນີ້ແມ່ນຄັ້ງທຳອິດທີ່ກຳລັງຕໍາຫຼວດທະເລຫວຽດນາມ ໄດ້ເຂົ້າຮ່ວມການຝຶກແອບຢູ່ທະເລພ້ອມກັບກຳປັ່ນລາດຕະເວນ Vendemiaire. ກຳປັ່ນລາດຕະເວນ Vendemiaire ຂອງທະຫານເຮືອຝລັ່ງ ເປັນກໍາປັ່ນຊັ້ນ Floreal ລຸ້ນທີ 5, ມີລວງຍາວ 93 ແມັດ, ກວ້າງ 14 ແມັດ, ໄລຍະຫ່າງແຕ່ພື້ນກຳປັ່ນເຖິງໜ້ານ້ຳແມ່ນ 4,4 ແມັດ ແລະບັນຈຸນ້ຳໜັກໄດ້ 3.000 ໂຕນ. ຢູ່ເທິງເຮືອມີນາຍທະຫານ, ລູກເຮືອ 98 ຄົນ ແລະເອົາຍົນເຮລິກົບແຕ ມານຳ 1 ລຳ ບັນຊາໂດຍພັນໂທ Sebastien Drouelle.

leftcenterrightdel
ຄະນະປະຕິບັດງານຕໍາຫຼວດທະເລເຂດ 2 ແລະນາຍທະຫານ, ລູກເຮືອກໍາປັ່ນ Vendemiare ໄດ້ແລກປ່ຽນປະສົບການກ່ຽວກັບການຕ້ານການຄ້າເຖື່ອນຢູ່ທະເລ. ພາບ: qdnd.vn

ກໍາປັ່ນອອກເດີນທາງມາແຕ່ Noumea ວັນທີ 29 ກຸມພາ ແລະປະຕິບັດໜ້າທີ່ລາດຕະເວນຢູ່ທະເລ, ຮ່ວມກັບກໍາລັງປະກອບອາວຸດບັນດາປະເທດອາຊຽນ ແລະພາກພື້ນ (ລວມມີຕີມໍ ແລັດສະເຕ, ອິນໂດເນເຊຍ, ໄທ, ຟິລິບປິນ, ບຣຸໄນ ແລະອົດສະຕາລີ) ໄດ້້ເຂົ້າທຽບທ່າກຳປັ່ນ ຕຽນຊາ, ເລີ່ມຕົ້ນການຢ້ຽມຢາມນະຄອນດ່ານັງ ແຕ່ວັນທີ 11 ຮອດວັນທີ 15 ເມສາ.

ການຢ້ຽມຢາມແມ່ນ ເພື່ອແນໃສ່ຊຸກຍູ້ການແລກປ່ຽນ ແລະການຮ່ວມມືລະຫວ່າງສອງກອງທັບເວົ້າສະເພາະ ແລະການພົວພັນດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະຝລັ່ງ ເວົ້າລວມ. ພ້ອມກັນນັ້ນ, ກໍ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງຝລັ່ງ ໃນການຮັບປະກັນຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລ, ກໍ່ຄື ປົກປັກຮັກສາເຂດທະເລລວມ, ປະກອບສ່ວນຊຸກຍູ້ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງສອງປະເທດ ກໍ່ຄືຢູ່ພາກພື້ນ ແລະໃນໂລກ.

ໂດຍ: ໄຊນີດາ