leftcenterrightdel
ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານພົນຕີ ເລດຶກຖ໊າຍ, ຜູ້ບັນຊາການກອງບັນຊາການທະຫານຊາຍແດນ ມອບໃບຢັ້ງຢືນຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ III ໃຫ້ແກ່ພະແນກພະລາທິການ. ພາບ:  qdnd.vn

ພາຍຫຼັງ 65 ປີແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວ, ພະແນກພະລາທິການ (ກອງບັນຊາການທະຫານຊາຍແດນ) ໄດ້ປະກອບສ່ວນເຂົ້າໃນພາລະກິດຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ ແລະຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດ. ໃນຊຸມປີຜ່ານມາ, ໄປພ້ອມກັບການປະຕິບັດໜ້າທີ່ການເມືອງຈຸດສຸມເປັນຢ່າງດີແລ້ວ, ພະແນກພະລາທິການ (ກອງບັນຊາການທະຫານຊາຍແດນ) ໄດ້ສົມທົບກັນປະຕິບັດວຽກງານນະໂຍບາຍ, ວຽກງານຂົນຂວາຍປະຊາຊົນເປັນຢ່າງດີ, ເຂົ້າຮ່ວມບັນດາໂຄງການສົມທົບກັນລະຫວ່າງທະຫານຊາຍແດນ ກັບບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະທ້ອງຖິ່ນຢ່າງມີປະສິດທິຜົນ ຄື: ໂຄງການ “ສົມທົບກັນລະຫວ່າງແພດທະຫານ ແລະປະຊາຊົນ”, “ແພດທະຫານຊາຍແດນ”, “ຊ່ວຍນ້ອງໄປໂຮງຮຽນ-ລູກລ້ຽງຄ້າຍທະຫານຊາຍແດນ” ແລະບັນດາຮູບແບບ, ຄື: “ໃຫ້ຄໍາປຶກສາ ແລະເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນ”...

leftcenterrightdel
ທ່ານພັນເອກພິເສດ ຫງວຽນດຶກສີ໋, ຫົວໜ້າພະແນກພະລາທິການ ກ່າວຄໍາເຫັນທີ່ພິທີ. ພາບ:  qdnd.vn

ໂດຍສືບທອດ ແລະເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ໃນໄລຍະຈະມາເຖິງ, ການນຳ, ຜູ້ບັນຊາການ, ພະນັກງານ, ລັດຖະກອນ ແລະນັກຮົບພະແນກພະລາທິການ (ກອງບັນຊາການທະຫານຊາຍແດນ) ກຳນົດວ່າ: ສືບຕໍ່ຊາບຊຶມ ແລະປະຕິບັດຄຳສັ່ງ, ມະຕິ, ແຜນການຂອງຂັ້ນເທິງຢ່າງເຂັ້ມງວດ, ເປັນເຈົ້າການກໍາແໜ້ນສະພາບການ ແລະຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ຂອງບັນດາກົມກອງ ທີ່ຕັ້ງທັບຢູ່ຕາມເສັ້ນຊາຍແດນ ເພື່ອເປັນເສນາທິການ, ຜັນຂະຫຍາຍຮັບປະກັນວຽກງານພະລາທິການໃຫ້ເປັນຢ່າງດີ; ເອົາໃຈໃສ່ສ້າງຂະແໜງພະລາທິການ (ທະຫານຊາຍແດນ) ໃຫ້ເຂັ້ມແຂງຮອບດ້ານ; ຜັນຂະຫຍາຍ, ຈັດຕັ້ງປະຕິບັດການໂຮມພະແນກພະລາທິການ ກັບພະແນກເຕັກນິກເຂົ້າກັນ ກາຍເປັນພະແນກພະລາທິການ-ເຕັກນິກ ຮັບປະກັນຄວາມກະທັດຮັດ, ເຂັ້ມແຂງ, ກຽມພ້ອມຮັບ ແລະປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້.

ໂດຍ: ທູຈາງ