ຕາມນັ້ນແລ້ວ, ບັນດາອົງການ, ກົມກອງໄດ້ຜັນຂະຫຍາຍ, ປະຕິບັດໜ້າທີ່ເຕັກນິກເປັນຢ່າງດີ, ຮັບປະກັນອຸປະກອນເຕັກນິກຢ່າງຄົບຖ້ວນ ແລະທັນການໃຫ້ແກ່ການຝຶກຊ້ອມ, ກຽມພ້ອມສູ້ຮົບ, ຄຸ້ມຄອງ, ບໍລິຫານໃນການບິນ ແລະບັນດາໜ້າທີ່ທີ່ເກີດຂຶ້ນກະທັນຫັນ. ຄວາມຮັບຮູ້ ແລະຄວາມຮັບຜິດຊອບຂອງທະຫານຕໍ່ວຽກງານເຕັກນິກ ແລະຄວາມສາມາດໃນການເປັນເສນາທິການ, ການຊີ້ນຳຂອງບັນດາອົງການເຕັກນິກທຸກຂັ້ນໄດ້ຮັບການຍົກສູງຂຶ້ນ. ການເຄື່ອນໄຫວວຽກງານດ້ານເຕັກນິກມີຫົວຄິດປະດິດສ້າງ, ມີການປ່ຽນແປງໃໝ່ຫຼາຍຢ່າງ; ບັນດາລາຍການ, ເປົ້າໝາຍ, ຄາດໝາຍຕໍ່ກັບວຽກງານເຕັກນິກຂັ້ນສາມາດບັນລຸໄດ້ໂດຍພື້ນຖານ ແລະລື່ນກາຍແຜນການທີ່ໄດ້ວາງອອກ.

leftcenterrightdel
ພາບປະກອບຈາກ: qdnd.vn

ການຄົ້ນຄວ້າວິທະຍາສາດ, ການບໍາລຸງສ້າງ, ການຝຶກແອບດ້ານເຕັກນິກໄດ້ຖືເປັນສໍາຄັນ ແລະບັນລຸໄດ້ໝາກຜົນທີ່ດີ. ລະບົບໂຮງງານ, ຮາກຖານໄດ້ຮັບປະກັນດ້ານເຕັກນິກ, ສາງເກັບມ້ຽນໄດ້ຮັບການວາງແຜນ, ລົງທຶນກໍ່ສ້າງ, ຍົກລະດັບ ແລະຫັນເປັນທັນສະໄໝເທື່ອລະກ້າວ.

ເຫຼົ່າທັບໄດ້ມີບາດກ້າວເດີນຢ່າງໃຫຍ່ຫຼວງໃນການປັບປຸງ ແລະຍົກລະດັບຫັນອຸປະກອນເຕັກນິກທີ່ມີຢູ່ແລ້ວໃຫ້ເປັນທັນສະໄໝ; ໃນເບື້ອງຕົ້ນແມ່ນເປັນເຈົ້າຂອງ ເພື່ອຮັບປະກັນດ້ານເຕັກນິກໃຫ້ແກ່ວັດຖຸອຸປະກອນເຕັກນິກລຸ້ນໃໝ່, ນໍາໃຊ້ເຕັກໂນໂລຊີສູງ. ໃນໄລຍະຈະມາເຖິງ, ໜ້າທີ່ກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດໃຫ້ມີການພັດທະນາໃໝ່. ເຫຼົ່າທັບໄດ້ກໍານົດສືບຕໍ່ຍູ້ແຮງການກໍ່ສ້າງໃຫ້ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ, ທັກສະໄໝ ແລະຜັນຂະຫຍາຍຫຼາຍໜ້າທີ່ໃຫຍ່ ແລະສຳຄັນ.

ໂດຍ: ໄຊນີດາ