ນັ້ນແມ່ນເນື້ອໃນໃນແຜນການເຄື່ອນໄຫວປີ 2024 ຂອງຄະນະຊີ້ນຳການປະຕິຮູບດ້ານການບໍລິຫານ ແລະການຫັນເປັນດີຈີຕອນຂອງກະຊວງປ້ອງກັນປະເທດ.

leftcenterrightdel
ພາບປະກອບຈາກ: qdnd.vn

ຕາມນັ້ນແລ້ວ, ໃນວຽກງານປະຕິຮູບລະບອບລັດຖະການໄດ້ກຳນົດວ່າ: ກວດກາ, ສະເໜີຂັ້ນທີ່ມີສິດອຳນາດປັງປຸງ, ເພີ່ມເຕີມ, ປະກາດໃຊ້ໃໝ່ ແລະຈັດຕັ້ງການຜັນຂະຫຍາຍ, ປະຕິບັດບັນດາເອກະສານນິຕິກຳ, ຂໍ້ກຳນົດ, ແຜນການ ແລະຄຳແນະນຳກ່ຽວກັບວຽກງານພະນັກງານ, ມາດຕະຖານຕໍາແໜ່ງຂອງພະນັກງານ, ສົ່ງເສີມ, ມອບລາງວັນ, ໃຫ້ບຸລິມະສິດໃນການເລື່ອນຊັ້ນ, ສັບຊ້ອນ, ແຕ່ງຕັ້ງພະນັກງານທີ່ມີກຳລັງຄວາມສາມາດໂດດເດັ່ນ...; ສ່ົງເສີມ, ປົກປັກຮັກສາພະນັກງານທີ່ກ້າຄິດ, ກ້າເຮັດເພື່ອຜົນປະໂຫຍດສ່ວນລວມ...

ຄົ້ນຄວ້າສ້າງແຜນຮ່າງ “ນະໂຍບາຍດຶງດູດ, ຖືເປັນສຳຄັນໃນການນຳໃຊ້ຜູ້ມີຄວາມຮູ້, ຄວາມສາມາດສຳລັບກອງທັບປະຊາຊົນຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2050”. ສືບຕໍ່ຄົ້ນຄວ້າ ແລະປັບປຸງລະບົບຖານຂໍ້ມູນ, ຊອັບແວຄຸ້ມຄອງພະນັກງານທົ່ວກອງທັບ...

ແຜນການນີ້ຍັງໄດ້ກຳນົດວຽກງານບໍລິຫານ ແລະບັນດາເນື້ອໃນ, ໜ້າທີ່ໃນປີ 2024 ຢ່າງຈະແຈ້ງກ່ຽວກັບການປະຕິຮູບດ້ານບໍລິຫານ ແລະການຫັນປ່ຽນດີຈີຕອນ ເຊັ່ນ: ການປະຕິຮູບລະບອບ, ການປະຕິຮູບລະບຽບການບໍລິຫານ, ການປະຕິຮູບການຈັດຕັ້ງກົງຈັກ, ການປະຕິຮູບການເງິນພາກລັດ, ກໍ່ສ້າງ ແລະພັດທະນາລັດຖະບານເອເລັກໂຕນິກ, ລັດຖະບານດີຈີຕອນ, ການຫັນເປັນດີຈີຕອນ...

ໂດຍ: ໄຊນີດາ