ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ເປັນປະທານ ແລະມອບໝາຍໜ້າທີ່ໃຫ້ນາຍທະຫານ 3 ຄົນ.

leftcenterrightdel
ນາຍທະຫານ 3 ຄົນ ຮູ້ສຶກເປັນກຽດ, ມີຄວາມເອກອ້າງທະນົງໃຈທີ່ໄດ້ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ຢູ່ຄະນະປະຕິບັດງານ ສ. ອາຟຣິກາກາງ, ສ. ຊູດັງໃຕ້ ແລະເຂດ Abyei. ພາບ: ຈ້ອງຫາຍ

ກ່າວຄຳເຫັນມອບໜ້າທີ່, ທ່ານພົນໂທ ຮ່ວາງຊວນຈຽນ ໄດ້ຊົມເຊີຍນາຍທະຫານ 3 ຄົນທີ່ໄດ້ເຂົ້າຮ່ວມກຳລັງນັກຮົບໝວກເບເລສີຟ້າຂອງຫວຽດນາມ ຢ່າງເປັນທາງການ ເພື່ອປະກອບສ່ວນເຂົ້າໃນພາລະກິດຮັກສາສັນຕິພາບອັນສູງສົ່ງ. ທ່ານພົນໂທ ຮ່ວາງຊວນຈ໊ຽນ ຮຽກຮ້ອງວ່າ ເມື່ອໄປເຖິງຄະນະປະຕິບັດງານແລ້ວ, ນາຍທະຫານ 3 ຄົນ ຕ້ອງກໍາແໜ້ນສະພາບການຢູ່ບໍລິເວນໃຫ້ໄດ້ໂດຍໄວ, ປະຕິບັດພະລາບົດບາດ, ໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ; ເສີມຂະຫຍາຍມູນເຊື້ອຂອງກອງທັບ, ກຳລັງທະຫານໝວກເບເລສີຟ້າຂອງຫວຽດນາມ, ສະແດງໃຫ້ເຫັນຄຸນທາດ, ກໍາລັງຄວາມສາມາດດ້ານວິຊາສະເພາະ, ແຜ່ຂະຫຍາຍພາບພົດຂອງປະເທດຊາດ ແລະປະຊາຊົນຫວຽດນາມ, ກອງທັບປະຊາຊົນຫວຽດນາມ ໃນເວທີສາກົນ; ຊາບຊຶມ ແລະປະຕິບັດທັດສະນະ, ແນວທາງການພົວພັນຕ່າງປະເທດຂອງພັກ, ລັດ ແລະກອງທັບຢ່າງເຂັ້ມງວດ; ຮັບປະກັນຄວາມສະຫງົບ, ຄວາມປອດໄພກ່ຽວກັບຜູ້ຄົນ ແລະອາວຸດ, ອຸປະກອນ.

ຊົມເຊີຍໃຫ້ 3 ສະຫາຍທີ່ກະກຽມອອກເດີນທາງໄປປະຕິບັດໜ້າທີ່ຈົ່ງຮັກສາສຸຂະພາບເຂັ້ມແຂງ, ຮັບປະກັນຄວາມປອດໄພຢ່າງເດັດຂາດ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີ ແລະຄວາມມານະພະຍາຍາມສູ້ຊົນ, ບັນດານາຍທະຫານໜຸ່ມ ຈະປະຕິບັດໜ້າທີ່ ແລະພາລະກິດສາກົນໄດ້ເປັນຢ່າງດີ.

ເນື່ອງໃນໂອກາດນີ້, ທ່ານພົນໂທ ຮ່ວາງຊວນຈ໊ຽນ ສະເໜີໃຫ້ກົມຮັກສາສັນຕິພາບຫວຽດນາມ ສົມທົບກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງ ສືບຕໍ່ບຳລຸງສ້າງຊັບພະຍາກອນ, ເພີ່ມທະວີວຽກງານຄັດເລືອກເອົາພະນັກງານຜູ້ທີ່ດີເດັ່ນ, ມີຄຸນທາດການເມືອງໜັກແໜ້ນ ແລະມີກໍາລັງຄວາມສາມາດຢ່າງພຽງພໍຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ເພື່ອເປັນກຳລັງທົດແທນໃນຊຸມປີຕໍ່ໜ້າ.

ໂດຍ: ຈາງຫງວຽນ