leftcenterrightdel
ຄະນະປະຕິບັດງານກອງບັນຊາການທະຫານເຂດ 4  ມອບຂອງຂວັນ, ອວຍພອນປີໃໝ່ການນໍາແຂວງບໍລິຄໍາໄຊ. ພາບ: qdnd.vn
leftcenterrightdel
ຄະນະປະຕິບັດງານກອງບັນຊາການທະຫານເຂດ 4  ມອບຂອງຂວັນ, ອວຍພອນປີໃໝ່ກອງບັນຊາການທະຫານແຂວງບໍລິຄໍາໄຊ. ພາບ: qdnd.vn

ທ່ານຮອງຜູ້ບັນຊາການທະຫານເຂດ 4 ໄດ້ຊົມເຊີຍ ແລະຕີລາຄາສູງຕໍ່ການພັດທະນາຂອງບັນດາແຂວງໃນໄລຍະຜ່ານມາ; ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງຄະນະພັກ, ອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນບັນດາແຂວງຕໍ່ກັບບໍລິສັດໃຫຍ່ຮ່ວມມືເສດຖະກິດທະຫານເຂດ 4 ແລະກອງທ້ອນໂຮມອັດຖິນັກຮົບເສຍສະຫຼະະຊີວິດເພື່ອ ຂອງທະຫານເຂດ 4 ທີ່ພວມປະຕິບັດໜ້າທີ່ຢູ່ລາວ. ພ້ອມທັງຫວັງວ່າ ຄະນະພັກ, ອຳນາດການປົກຄອງບັນດາແຂວງຂອງລາວ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາກຳລັງຂອງທະຫານເຂດ 4 ປະຕິບັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍຢູ່ບໍລິເວນ.

leftcenterrightdel
ການນໍາແຂວງຫົວພັນ ຕ້ອນຮັບຄະນະປະຕິບັດງານ ກອງບັນຊາການທະຫານເຂດ 4. ພາບ: qdnd.vn
leftcenterrightdel
ການນໍາແຂວງໄຊສົມບູນ ຕ້ອນຮັບຄະນະປະຕິບັດງານ ກອງບັນຊາການທະຫານເຂດ 4. ພາບ: qdnd.vn
leftcenterrightdel
ຄະນະປະຕິບັດງານ ກອງບັນຊາການທະຫານເຂດ 4  ມອບຂອງຂວັນ, ອວຍພອນປີໃໝ່ກອງບັນຊາການທະຫານແຂວງຊຽງຂວາງ. ພາບ: qdnd.vn

ການນຳບັນດາແຂວງ ແລະກອງບັນຊາການທະຫານແຂວງຫົວພັນ, ຊຽງຂວາງ, ໄຊສົມບູນ, ບໍລິຄຳໄຊ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງກອງບັນຊາການທະຫານເຂດ 4 ທີ່ໄດ້ມາຢ້ຽມຢາມ, ອວຍພອນບຸນປີໃໝ່ ແລະສະແດງຄວາມຂອບໃຈກອງບັນຊາການທະຫານເຂດ 4 ທີ່ໄດ້ຊີ້ນໍາບັນດາກໍາລັງຂຶ້ນກັບທະຫານເຂດ 4 ແລະແຂວງ ແທັງຮ໊ວາ, ເງະອານ, ຮ່າຕິ້ງ ໃນການໜູນຊ່ວຍປະຊາຊົນທ້ອງຖິ່ນພັດທະນາເສດຖະກິດ - ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປະກອບສ່ວນປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະ ລາວ ໃຫ້ນັບມື້ນັບພັດທະນາແບບຍືນຍົງ.

ໂດຍ: ທູຈາງ