leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ເປັນປະທານການເຮັດວຽກ. ພາບ: qdnd.vn

ກ່າວຄຳເຫັນທີ່ການເຮັດວຽກ, ຕາງໜ້າຄະນະພັກການທະຫານສູນກາງ,  ກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ຍ້ອງຍໍຊົມເຊີຍຜົນງານພົ້ນເດັ່ນຂອງເຫຼົ່າທັບປ້ອງກັນອາກາດ - ທະຫານອາກາດໃນໄລຍະຜ່ານມາ, ພ້ອມກັນນັ້ນ ກໍ່ຮຽກຮ້ອງວ່າ, ໃນທຸກສະພາບການ, ເຫຼົ່າທັບປ້ອງກັນອາກາດ - ທະຫານອາກາດ ຍາມໃດກໍ່ກຽມພ້ອມສູ້ຮົບຢ່າງສູງ, ຄຸ້ມຄອງເຂດນ່ານຟ້າຢ່າງໝັ້ນແກ່ນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ. ເປັນເຈົ້າການຄົ້ນຄວ້າກ່ຽວກັບສົງຄາມ ແລະການປະທະກັນທາງການທະຫານທີ່ເກີດຂຶ້ນຢູ່ໃນໂລກຫວ່າງມໍ່ໆມານີ້ ເພື່ອເປັນເສນາທິການໃຫ້ແກ່ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃນຂົງເຂດປ້ອງກັນອາກາດ-ທະຫານອາກາດ ແລະມີມາດຕະການຢ່າງມີປະສິດທິຜົນ ເພື່ອຍົກສູງຄຸນນະພາບການຝຶກແອບ, ກຽມພ້ອມສູ້ຮົບ.

leftcenterrightdel
 
leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ປະຕິບັດການປັບປຸງການຈັດຕັ້ງກຳລັງ, ການບັນຈຸພະນັກງານຕາມທິດຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ, ສອດຄ່ອງກັບໜ້າທີ່ຂອງເຫຼົ່າທັບ; ສູ້ຊົນຮອດປີ 2025 ໃຫ້ສຳເລັດເປົ້າໝາຍກໍ່ສ້າງເຫຼົ່າທັບປ້ອງກັນອາກາດ - ທະຫານອາກາດ ໃຫ້ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ, ທັນສະໄໝໂດຍພື້ນຖານ. ປ່ຽນແປງໃໝ່ ແລະຍົກສູງຄຸນນະພາບການຝຶກແອບ, ສຶກສາ-ບຳລຸງສ້າງ; ຖືເປັນສໍາຄັນການຝຶກແອບການບິນ, ຮັບປະກັນຄວາມປອດໄພໃນການບິນ,...; ສຸມໃສ່ຝຶກແອບເປັນເຈົ້າຂອງ ອຸປະກອນເຕັກນິກໃໝ່, ຝຶກແອບການບິນເພື່ອສະເຫຼີມສະຫຼອງງານວາງສະແດງປ້ອງກັນຊາດສາກົນປີ 2024 ແລະເຂົ້າຮ່ວມການເຄື່ອນໄຫວເດີນສວນສະໜາມ, ການແຫ່ຂະບວນ, ການບິນ ເພື່ອຮັບໃຊ້ພິທີສະເຫຼີມສະຫຼອງໄຊຊະນະດ້ຽນບຽນຝູ ຄົບຮອບ 70 ປີ.

ທ່ານລັດຖະມົນຕີ ຟານວັນຢາງ ໃຫ້ຮູ້ວ່າ: ເຫຼົ່າທັບປ້ອງກັນອາກາດ - ທະຫານອາກາດຕ້ອງຈັດຕັ້ງການກໍ່ສ້າງ, ຍົກລະດັບ, ປັບປຸງ ສະໜາມບິນຢ່າງຮີບດ່ວນ ເພື່ອແນໃສ່ຮັບປະກັນຄຸນນະພາບ, ເສັ້ນທາງ; ຜັນຂະຫຍາຍແຜນຮ່າງ, ໂຄງການລົງທຶນ, ຈັດຊື້ ແລະ ສ້ອມແປງອາວຸດຍຸດໂທປະກອນປະເພດຕ່າງໆຕາມແຜນການ.

ໂດຍ: ທະນາພອນ