ໂດຍປະຕິບັດຕາມຂໍ້ຕົກລົງສະບັບເລກທີ 2605-QD/QUTW ລົງວັນທີ 26 ມັງກອນ 2024 ຂອງຄະນະປະຈຳຄະນະພັກການທະຫານສູນກາງ, ກ່ຽວກັບການກວດກາຄະນະພັກ, ບັນດາສະຫາຍໃນຄະນະປະຈຳຄະນະພັກທະຫານເຂດ 5, ຄະນະກວດກາ ເລກທີ 2605 ຂອງຄະນະພັກການທະຫານສູນກາງໄດ້ດຳເນີນການກວດກາ 9 ຄະນະພັກທີ່ຂຶ້ນກັບ ແລະເຮັດວຽກ, ກໍາແໜ້ນສະພາບການຂອງຄະນະພັກການທະຫານ 4 ແຂວງ, ນະຄອນ ແລະກວດກາຢັ້ງຢືນບັນດາເອກະສານທີ່ກ່ຽວຂ້ອງ.

leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ວັນວຽນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຈິ້ງວັນກວຽດ ຮຽກຮ້ອງໃຫ້ຄະນະພັກທະຫານເຂດ 5 ມີແຜນນະໂຍບາຍ, ມາດຕະການນຳພາ ເພື່ອແນໃສ່ເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງຜ່ານການກວດກາທີ່ໄດ້ຊີ້ອອກ; ຕອບຄຳເຫັນປະກອບຂອງຄະນະພັກຂຶ້ນກັບ ແລະຄະນະປະຈຳ 11 ຄະນະພັກແຂວງ, ນະຄອນ; ຄະນະພັກທະຫານເຂດ 5 ໄດ້ສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນເອົາໃຈໃສ່ຍົກສູງຄຸນນະພາບວຽກງານຮັບສະໝັກທະຫານ, ກໍ່ສ້າງກໍາລັງສຳຮອງຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່.

ພ້ອມດຽວກັນນັ້ນ, ຄະນະປະຈຳພັກທະຫານເຂດ 5 ຕ້ອງຊີ້ນຳບັນດາອົງການ, ກົມກອງກວດກາເປັນປະຈຳ, ເພີ່ມເຕີມ, ປັບປຸງລະບົບເອກະສານການສູ້ຮົບ, ເອົາໃຈໃສ່ສົມທົບກັບບັນດາກຳລັງເຈົ້າໜ້າທີ່ຢູ່ໃນບໍລິເວນກຳໄດ້ສະພາບການຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມ; ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ; ສຸມໃສ່ນຳພາ, ຊີ້ນຳຍົກສູງຄຸນນະພາບວຽກງານສຶກສາດ້ານການເມືອງ, ໂຄສະນາເຜີຍແຜ່ ແລະສຶກສາກົດໝາຍ; ເອົາໃຈໃສ່ກໍາແໜ້ນສະພາບແນວຄິດ, ຊີວິດຂອງພະນັກງານ, ນັກຮົບ ແລະແນວຫຼັງຄອບຄົວ; ສືບຕໍ່ນຳພາ, ຊີ້ນຳກໍ່ສ້າງຄະນະພັກ, ຈັດຕັ້ງພັກທີ່ປອດໃສ, ເຂັ້ມແຂງຕິດພັນກັບອົງການ, ກົມກອງເຂັ້ມແຂງຮອບດ້ານເປັນ “ແບບຢ່າງ, ພົ້ນເດັ່ນ”  ໃຫ້ເຂົ້າສູ່ລວງເລິກຢ່າງໜັກແໜ້ນ.

ໂດຍ: ໄຊນີດາ