ເຂົ້າຮ່ວມກອງປະຊຸມຍັງມີບັນດາສະຫາຍຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ: ທ່ານພົນໂທ ຈິ້ງວັນກວຽດ, ກຳມະການສູນກາງພັກ; ທ່ານພົນຕີ ຫງວຽນວັນເກົ໊າ, ກຳມະການສູນກາງພັກ; ທ່ານພົນຕີ ເລກວາງມິງ.

ກ່າວຄຳເຫັນທີ່ກອງປະຊຸມ, ການນຳກົມໃຫຍ່ການເມືອງ ເຫັນດີເປັນເອກະພາບຕີລາຄາວ່າ ເດືອນມີນາ, ການເຄື່ອນໄຫວວຽກງານພັກ, ວຽກງານການເມືອງໃນທົ່ວກອງທັບໄດ້ຕິດແທດກັບໜ້າທີ່ການທະຫານ, ການປ້ອງກັນຊາດ, ກໍ່ສ້າງອົງຄະນະພັກ ແລະສະພາບພຶດຕິກຳຕົວຈິງ; ຜັນຂະຫຍາຍຄົບຊຸດ, ຮອບດ້ານ, ສຳເລັດລາຍການ, ແຜນການທັງປົກກະຕິ ແລະບັງເອີນ, ຫຼາຍໜ້າທີ່ໄດ້ເຮັດສຳເລັດເປັນຢ່າງດີ. ພົ້ນເດັ່ນແມ່ນວຽກງານການສຶກສາໜ້າທີ່ຍົກສູງຄຸນນະພາບການຝຶກແອບໃນວັນທຳອິດ, ເດືອນທຳອິດໄລຍະຝຶກແອບທີ 1; ເປັນເຈົ້າການໃນການໂຄສະນາ, ກຳນົດແນວຄິດ, ຫາງສຽງຕໍ່ບັນດາບັນຫາໃໝ່, ສັບສົນ, ສະດຸ້ງໄວ; ຕັ້ງໜ້າຕໍ່ສູ້ປະຕິເສດທັດສະນະຜິດພາດ, ປະຕິການ, ເສກສັນປັ້ນແຕ່ງ, ຮັກສາແນວຄິດຂອງພັກໃນກອງທັບຢ່າງມີປະສິດທິຜົນ.

leftcenterrightdel
ທ່ານພົນເອກ ເລືອງເກື່ອງ ເປັນປະທານກອງປະຊຸມການນຳກົມໃຫຍ່ການເມືອງ. ພາບ: ຟ້າມກຽນ

ວຽກງານກໍ່ສ້າງພັກໄດ້ເອົາໃຈໃສ່, ປັບປຸງບັນດາບົດລາຍງານສະຫຼຸບຮັບປະກັນຄວາມຄືບໜ້າ, ຄຸນນະພາບ; ວຽກງານພະນັກງນ; ວຽກງານປ້ອງກັນດ້ານການເມືອງພາຍໃນ, ຮັບປະກັນຄວາມສະຫງົບ, ຄວາມປອດໄພ. ວຽກງານຂົນຂວາຍປະຊາຊົນ, ນະໂຍບາຍ, ປະກັນໄພສັງຄົມ, ການເຄື່ອນໄຫວຂອງບັນດາອົງການຈັດຕັ້ງມະຫາຊົນ, ວຽກງານພັກ, ວຽກງານການເມືອງໃນບັນດາໜ້າທີ່ໄດ້ດຳເນີນໄປຕາມແຜນ, ໄດ້ລົງເລິກ, ບັນລຸປະສິດທິຜົນແທດຈິງ. ສະພາບການດ້ານການເມືອງ, ແນວຄິດທົ່ວກອງທັບມີຄວາມໝັ້ນຄົງ; ພະນັກງານ, ນັກຮົບເຊື່ອໝັ້ນຕໍ່ການນຳພາຂອງ ພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກຽມພ້ອມຮັບ ແລະເຮັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ.

ສະຫາຍຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຮຽກຮ້ອງໃຫ້ຫ້ອງການກົມໃຫຍ່ການເມືອງ ແລະບັນດາອົງການສືບຕໍ່ກວດກາຄືນ, ເພີ່ມເຕີມ, ອັບເດດເນື້ອໃນ, ວຽກງານ, ໂດຍສະເພາະແມ່ນການເຄື່ອນໄຫວວຽກງານພັກ, ວຽກງານການເມືອງໃນທົ່ວກອງທັບ, ຮັບປະກັນຢ່າງທັນການ, ຕິດແທດກັບພຶດຕິກຳຕົວຈິງ, ບັນລຸປະສິດທິຜົນແທດຈິງ.

ໂດຍ: ແສງເດືອນ