ໂດຍຊາບຊຶມມະຕິນຳພາປະຕິບັດໜ້າທີ່ຂອງຄະນະພັການທະຫານສູນກາງ, ການຊີ້ນຳຂອງກະຊວງປ້ອງກັນປະເທດ ກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ, ຊາຍແດນ, ໃນໄຕມາດ I-2024, ຄະນະພັກ, ກອງບັນຊາການທະຫານຊາຍແດນ ຊີ້ນຳ, ນຳພາບັນດາອົງການ, ກົມກອງຫັນລາຍການ, ແຜນການວຽກງານຂອງແຕ່ລະຂັ້ນ, ໃກ້ຊິດກັບທັດສະນະ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດໃຫ້ປະກົດຜົນເປັນຈິງ. ສຸມໃສ່ຊີ້ນຳ, ນຳພາການຜັນຂະຫຍາຍຮອບດ້ານໜ້າທີ່ວຽກງານຊາຍແດນ, ຈຸດສຸມແມ່ນວຽກງານຄົ້ນຄວ້າ, ຄາດຄະເນສະພາບການ; ເສີມຂະຫຍາຍບັນດາຂະບວນການ, ໂຄງການພັດທະນາເສດຖະກິດ-ສັງຄົມ, ຊ່ວຍປະຊາຊົນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ; ເພີ່ມທະວີການສ້າງພື້ນຖານທົ່ວປວງຊົນປ້ອງກັນຊາຍແດນ; ຕໍ່ສູ້ຕ້ານອາດຊະຍາກຳປະເພດຕ່າງໆ, ການກະທຳລະເມີດກົດໝາຍ; ຄຸ້ມຄອງດ່ານຊາຍແດນ, ຄວບຄຸມການເຂົ້າ-ອອກເມືອງ...

leftcenterrightdel
ທ່ານພົນເອກ ເລືອງເກື່ອງ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: ດ່າວຮົ່ງ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານພົນເອກ ເລືອງເກື່ອງ ຢັ້ງຢືນວ່າ ໃນຜົນງານລວມຂອງທົ່ວກອງທັບໃນໄລຍະຜ່ານມາມີການປະກອບສ່ວນສຳຄັນຂອງທະຫານຊາຍແດນ, ໂດຍສະເພາະແມ່ນບັນດາພະນັກງານ, ນັກຮົບຢູ່ດ່ານໜ້າຂອງປະເທດ, ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງ, ປັບປຸງລະບົບການເມືອງຮາກຖານ, ພັດທະນາເສດຖະກິດ-ສັງຄົມ ເຂດຊາຍແດນ, ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາຍແດນ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ຄວາມໝັ້ນຄົງຊາຍແດນແຫ່ງຊາດ.

ທ່ານພົນເອກ ເລືອງເກື່ອງ ຮຽກຮ້ອງກຳລັງທະຫານຊາຍແດນສືບຕໍ່ຊາບຊຶມຢ່າງຄົບຖ້ວນ, ຜັນຂະຫຍາຍບັນດາຄຳສັ່ງ, ມະຕິຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບໜ້າທີ່ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຈຸດສຸມແມ່ນມະຕິສູນກາງ 8, ຊຸດທີ XIII ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່, ມະຕິສະບັບເລກທີ 33-NQ/TW ຂອງກົມການເມືອງວ່າດ້ວຍຍຸດທະສາດປົກປັກຮັກສາຊາຍແດນແຫ່ງຊາດ, ກົດໝາຍຊາຍແດນຫວຽດນາມ ແລະບັນດາເອກະສານທາງດ້ານກົດໝາຍກ່ຽວຂ້ອງ.

ທ່ານພົນເອກ ເລືອງເກື່ອງ ເນັ້ນໜັກວ່າ ທະຫານຊາຍແດນຜັນຂະຫຍາຍການປະຕິບັດຕາມຂໍ້ສະຫຼຸບຂອງສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ການເຮັດວຽກກັບກົມກອງໃນມໍ່ໆມານີ້ກ່ຽວກັບໜ້າທີ່ຈຸດສຸມ 2024 ຢ່າງເຂັ້ມງວດ ແລະມີປະສິດທິຜົນ; ໃນສະເພາະໜ້າສົມທົບເປັນຢ່າງດີໃນວຽກງານກະກຽມ, ເປັນເສນາທິການຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 8.

ໂດຍ: ແສງເດືອນ