ເຂົ້າຮ່ວມຄະນະມີຜູ້ຕາງໜ້າການນຳແຂວງລາວກາຍ, ບັນດາອົງການ, ກົມກອງທີ່ຕັ້ງທັບຢູ່ບໍລິເວນແຂວງ ແລະຫ້ອງການທູດປ້ອງກັນຊາດຈີນ ປະຈຳ ຫວຽດນາມ. ທ່ານພົນໂທ ຮ່ວາງຊວນຈຽນ ພ້ອມດ້ວຍຄະນະປະຕິບັດງານ ໄດ້ລົງກວດກາວຽກງານກະກຽມໂດຍກົງຢູ່ບາງບ່ອນ ເຊິ່ງຄາດວ່າຈະດຳເນີນການເຄື່ອນໄຫວໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 8 ເຊັ່ນ: ດ່ານຊາຍແດນສາກົນ ລາວກາຍ, ຫໍວັດທະນະທໍາມິດຕະພາບຊາຍແດນ ຫວຽດນາມ - ຈີນ, ຄ້າຍທະຫານດ່ານຊາຍແດນສາກົນລາວກາຍ, ສູນປະຊຸມແຂວງລາວກາຍ, ໂຮງຮຽນປະຖົມກີມດົງ.

leftcenterrightdel
ທ່ານພົນໂທ ຮ່ວາງຊວນຈຽນ  ແລກປ່ຽນກັບຄະນະປະຕິບັດງານກ່ຽວກັບວຽກງານກະກຽມຢູ່ດ່ານຊາຍແດນສາກົນ ລາວກາຍ. ພາບ: qdnd.vn

ທີ່ການເຮັດວຽກ ໄດ້ເຫັນດີເປັນເອກະພາບກ່ຽວກັບວຽກງານກະກຽມ, ທ່ານພົນໂທ ຮ່ວາງຊວນຈຽນ ໄດ້ເນັ້ນໜັກເຖິງຄວາມໝາຍ, ຄວາມສຳຄັນຂອງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 8, ທີ່ຄາດຄະເນວ່າຈະດໍາເນີນຢູ່ແຂວງ ລາວກາຍ (ຫວຽດນາມ) ແລະ ແຂວງຢຸນນານ (ຈີນ) ໃນເດືອນເມສາ ຈະມາເຖິງນີ້; ຕີລາຄາສູງຕໍ່ອົງການ, ກົມກອງທີ່ກ່ຽວຂ້ອງ ທີ່ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບແຂວງ ລາວກາຍ ໃນວຽກງານກະກຽມທຸກດ້ານໃຫ້ແກ່ການພົບປະແລກປ່ຽນ.

leftcenterrightdel
ທ່ານພົນໂທ ຮ່ວາງຊວນຈຽນ ແລະການນຳແຂວງ ລາວກາຍ ເປັນປະທານກອງປະຊຸມເພື່ອເອກະພາບກ່ຽວກັບວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນ. ພາບ: qdnd.vn

ທ່ານພົນໂທ ຮ່ວາງຊວນຈຽນ ຮຽກຮ້ອງໃຫ້ອົງການ, ກົມກອງສືບຕໍ່ເສີມຂະຫຍາຍຈິດໃຈຮັບຜິດຊອບ, ຍູ້ໄວຄວາມຄືບໜ້າ, ສໍາເລັດກ່ຽວກັບເນື້ອໃນລາຍການ, ພິທີການ, ຕົບແຕ່ງ, ສະເຫຼີມສະຫຼອງ, ສາທາລະນະສຸກ, ວຽກງານຮັບປະກັນຄວາມສະຫງົບ, ປອດໄພ, ໂຄສະນາເຜີຍແຜ່..., ເພື່ອໃຫ້ການພົບປະແລກປ່ຽນໄດ້ດຳເນີນໄປຖືກຕາມແຜນການ ແລະປະສົບຜົນສຳເລັດ.

ໂດຍ: ຈາງຫງວຽນ