leftcenterrightdel
ທະຫານເຮືອເຂດ 3 ແລະຄະນະໂຄສະນາອົບຮົມຄະນະພັກຂອງ 6 ແຂວງ ຈັດຕັ້ງພິທີລົງນາມລາຍການສົມທົບກັນໂຄສະນາກ່ຽວກັບທະເລ, ໝູ່ເກາະ ໃນປີ 2024. ພາບ: qdnd.vn

ໃນປີຜ່ານມາ, ທະຫານເຮືອເຂດ 3 ແລະບັນດາທ້ອງຖິ່ນໄດ້ສົມທົບກັນໂຄສະນາກ່ຽວກັບທະເລ, ໝູ່ເກາະໃຫ້ແກ່ພະນັກງານ, ພາລະກອນ, ນັກຮຽນ 30.000 ກວ່າເທື່ອຄົນ; ໂຄສະນາສົມທົບກັບການຢ້ຽມຢາມຖາມຂ່າວ,  ມອບຂອງຂວັນໃຫ້ຊາວປະມົງ 1.900 ຄົນ ຢູ່ເຮືອຫາປາ; ແຈກຢາຍຫຼາຍເອກະສານໂຄສະນາ; ມອບທຸງຊາດ ແລະບາງເຄື່ອງຂອງທີ່ຈໍາເປັນໃຫ້ຊາວປະມົງ. ເນື່ອງໃນໂອກາດນີ້, ເຫຼົ່າທັບເຮືອໄດ້ມອບໃບຍ້ອງຍໍໃຫ້ 14 ໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນໃນການສົມທົບກັນໂຄສະນາກ່ຽວກັບທະເລ, ໝູ່ເກາະໃນປີ 2023; ທະຫານເຮືອເຂດ 3 ໄດ້ອຸປະຖຳໃຫ້ນັກຮຽນໜຶ່ງຄົນທີ່ເປັນລູກຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກ, ມອບຂອງຂວັນໃຫ້ຊາວປະມົງ 20 ຄົນຢູ່ແຂວງກວາງຈີ້ ດ້ວຍມູນຄ່າທັງໝົດກວ່າ 80 ລ້ານດົ່ງ.

ໂດຍ: ຈາງຫງວຽນ