leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ ຂຽນໃສ່ປຶ້ມໄວ້ອາໄລເພື່ອແບ່ງປັນຄວາມເສົ້າສະຫຼົດໃຈກັບລັດຖະບານ ແລະປະຊາຊົນສະຫະພັນລັດເຊຍ. ພາບ: ຮ່າເຟືອງ.

ຕາງໜ້າການນໍາກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ແບ່ງປັນຄວາມເສຍຫາຍອັນໃຫຍ່ຫຼວງກ່ຽວກັບຊີວິດອີນຊີ ແລະຊັບສິນຍ້ອນພວກກໍ່ການຮ້າຍສ້າງຂຶ້ນ; ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈ ແລະ ຄຳຢ້ຽມຢາມຖາມຂ່າວຢ່າງສຸດຊຶ້ງທີ່ສຸດຂອງການນຳກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ເຖິງທ່ານ Gennady Stepanovich Bezdetko ເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈຳ ຫວຽດນາມ ແລະຜ່ານທ່ານເອກອັກຄະລັດຖະທູດ ເຖິງຍາດຕິພີ່ນ້ອງຂອງຜູ້ປະສົບເຄາະຮ້າຍ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳຢ່າງແຂງແຮງຂອງລັດຖະບານ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສະຫະພັນລັດເຊຍ, ຊີວິດການເປັນຢູ່ຂອງປະຊາຊົນ ມົດສະກູ ເວົ້າສະເພາະ ແລະປະຊາຊົນລັດເຊຍ ເວົ້າລວມ ຈະກັບຄືນສູ່ສະພາບປົກກະຕິໂດຍໄວ. ກະຊວງປ້ອງກັນປະເທດຫວຽດນາມ ກ່າວປະນາມການກະທຳບຸກໂຈມຕີກໍ່ການຮ້າຍ ແລະເຊື່ອໝັ້ນວ່າ ບັນດາອົງການປະຕິບັດກົດໝາຍຂອງລັດເຊຍ ຈະນຳຕົວຜູ້ກໍ່ການຮ້າຍມາດຳເນີນຄະດີໂດຍໄວ.

ໂດຍ: ຈາງຫງວຽນ