leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: ຊວນອ໋ຽນ

ການໂອ້ລົມສົນທະນາມີການເຂົ້າຮ່ວມຂອງບັນດາກະຊວງ, ຄະນະ, ຂະແໜງບໍລິຫານຢູ່ເຂດ Abyei ແລະບັນດາອົງການກ່ຽວຂ້ອງຂອງຄະນະປະຕິບັດງານ UNISFA. ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ປຶກສາຫາລືບັນຫາທີ່ຍັງຄົງຂ້າງ ແລະສາຍເຫດທີ່ພາໃຫ້ເກີດສະພາບວິກິດການນ້ຳສະອາດຢູ່ ເຂດ Abyei.

leftcenterrightdel
ບັນດາຜູ້ແທນແລກປ່ຽນຄໍາເຫັນທີ່ການໂອ້ລົມສົນທະນາ. ພາບ: ຊວນອ໋ຽນ

ນັບແຕ່ໄດ້ມາປະຕິບັດໜ້າທີ່ຢູ່ເຂດ Abyei, ກອງຊ່າງແສງຫວຽດນາມ ໄດ້ຜັນຂະຫຍາຍຫຼາຍກິດຈະກໍາໜູນຊ່ວຍປະຊາຊົນຢູ່ທ້ອງຖິ່ນ, ຄື: ຈັດຕັ້ງການຂຸດຄອງເໝືອງລະບາຍນ້ຳກ່ອນລະດູຝົນ, ຂຸດນ້ຳສ້າງ, ມອບເຄື່ອງຈັກສູບນ້ຳ, ໃຫ້ລົດສະໜອງນ້ຳສະອາດອາທິດລະສອງເທື່ອ ຫຼື ຫວ່າງມໍ່ໆມານີ້ໄດ້ເປີດເຂດສະໜອງນ້ຳສະອາດ ຢູ່ໃກ້ກັບຄ້າຍທະຫານ Highway. ໃນໄລຍະຈະມາເຖິງ, ກອງຊ່າງແສງຫວຽດນາມ ຈະສືບຕໍ່ສົມທົບກັບບັນດາອົງການ, ກົມກອງຂອງຄະນະປະຕິບັດງານ ກໍຄືອໍານາດການປົກຄອງທ້ອງຖິ່ນ ແນໃສ່ຊ່ວຍເຫຼືອປະຊາຊົນຢູ່ເຂດ Abyei  ປະຕິບັດວຽກງານອະນາໄມສິ່ງແວດລ້ອມໃຫ້ດີ ເພື່ອປົກປັກຮັກສາ ແລະຂຸດຄົ້ນແຫຼ່ງນ້ຳສະອາດໃຫ້ໄດ້ຫຼາຍກວ່າເກົ່າ.

ໂດຍ: ທູຈາງ