leftcenterrightdel
 ທ່ານພົນໂທ ຫວູຫາຍສານ ເປັນປະທານກອງປະຊຸມ. ພາບ: ກີມຫງອັກ

ກ່າວຄຳເຫັນສະຫຼຸບທີ່ກອງປະຊຸມ, ທ່ານພົນໂທ ຫວູຫາຍສານ ຮຽກຮ້ອງໃຫ້ບັນດາວິສາຫະກິດກອງທັບ ສືບຕໍ່ເສີມຂະຫຍາຍໝາກຜົນ, ຜົນງານໃນປີ 2023, ສູ້ຊົນປະຕິບັດໃຫ້ສຳເລັດແຜນການຜະລິດ, ດໍາເນີນທຸລະກິດ ປີ 2024 ດ້ວຍຄາດໝາຍດ້ານເສດຖະກິດຕົ້ນຕໍສູງກວ່າປີ 2023 ແຕ່ 3% ຫາ 5%. ທ່ານພົນໂທ ຫວູຫາຍສານ ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ຊາບຊຶມບົດສະຫຼຸບເລກທີ 1815-KL/QUTW, ລົງວັນທີ 3 ມີນາ 2023 ວ່າດ້ວຍການສືບຕໍ່ປະຕິບັດມະຕິເລກທີ 425-NQ/QUTW, ລົງວັນທີ 18 ພຶດສະພາ 2017 ຂອງຄະນະພັກການທະຫານສູນກາງ ວ່າດ້ວຍການສັບຊ້ອນ, ປ່ຽນແປງໃໝ່ ແລະຍົກສູງປະສິດທິຜົນການເຄື່ອນໄຫວຂອງວິສາຫະກິດກອງທັບຮອດປີ 2020 ແລະຊຸມປີຕໍ່ໄປ.

ປະຕິບັດວຽກງານເປັນເສນາທິການ, ສະໜີໃຫ້ຄະນະພັກການທະຫານສູນກາງ, ການນໍາກະຊວງປ້ອງກັນປະເທດ ມີມາດຕະການທີ່ເໝາະສົມເພື່ອໜູນຊ່ວຍວິສາຫະກິດກອງທັບພັດທະນາ, ຮັບປະກັນເງື່ອນໄຂໃຫ້ວິສາຫະກິດໄດ້ມີການເຄື່ອນໄຫວເປັນຢ່າງດີ, ບໍ່ເຮັດເກີນຄວາມຮັບຜິດຊອບ, ສ້າງຄວາມຫຍຸ້ງຍາກ ແລະສິ່ງກີດຂວາງໃຫ້ແກ່ການເຄື່ອນໄຫວດໍາເນີນທຸລະກິດຂອງວິສາຫະກິດ.

leftcenterrightdel
 
leftcenterrightdel
ທ່ານພົນໂທ ຫວູຫາຍສານ ແລະບັນດາຜູ້ແທນໄປຢ້ຽມຊົມຜະລິດຕະພັນການຜະລິດ, ດໍາເນີນທຸລະກິດຂອງບັນດາວິສາຫະກິດກອງທັບທີ່ວາງສະແດງຢູ່ກອງປະຊຸມ. ພາບ: ກີມຫງອັກ

ເອົາໃຈໃສ່ເປັນພິເສດເຖິງການສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຂຶ້ນກັບກະຊວງປ້ອງກັນປະເທດ ເສີມຂະຫຍາຍສິດເປັນເຈົ້າຕົນເອງໃນການຜະລິດ, ດໍາເນີນທຸລະກິດ, ສ້າງຍຸດທະສາດການຜະລິດ, ດໍາເນີນທຸລະກິດ, ການລົງທຶນໃນໄລຍະຍາວ, ຍືນຍົງ ແລະມີບາດກ້າວບຸກທະລຸ; ແກ້ໄຂບັນຫາທີ່ເກີດຂຶ້ນຢ່າງທັນການ, ສ້າງສະພາບແວດລ້ອມໃຫ້ວິສາຫະກິດພັດທະນາ.

ທ່ານພົນໂທ ຫວູຫາຍສານ ໃສ່ໃຈວ່າ ບັນດາວິສາຫະກິດກອງທັບ ທີ່ເຂົ້າຮ່ວມໂຄງການຈຸດສຸມແຫ່ງຊາດ ຄວນຮັບຮູ້ຢ່າງຈະແຈ້ງວ່າ ນີ້ແມ່ນຄວາມເປັນກຽດ, ແມ່ນຄວາມຮັບຜິດຊອບ, ຄວາມໄວ້ເນື້ອເຊື່ອໃຈຂອງລັດຖະບານສໍາລັບວິສາຫະກິດກອງທັບ; ສ້າງແຜນການບໍລິຫານ, ໂຄງການກໍ່ສ້າງວິທະຍາສາດ, ກວດກາຄືນຢ່າງແໜ້ນແຟ້ນ, ຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນ; ສົມທົບກັນຢ່າງແໜ້ນແຟ້ນ ແລະໜູນກັນເຊິ່ງກັນ ແລະກັນ ເພື່ອປະຕິບັດສຳເລັດໜ້າທີ່...

ໂດຍ: ເຈິ່ນຮວ່ຽນ