leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ກ່າວຄຳເຫັນມອບໝາຍໜ້າທີ່ ແລະລະດົມກໍາລັງໃຈກໍາລັງເຂົ້າຮ່ວມຝຶກແອບການເດີນສວນສະໜາມ, ເດີນຂະບວນ. ພາບ: qdnd.vn

ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ເນັ້ນໜັກເຖິງຄວາມໝາຍ ແລະຄຸນຄ່າປະຫວັດສາດຂອງໄຊຊະນະດ້ຽນບຽນຝູ ແລະຈຸດປະສົງ, ຄວາມໝາຍຂອງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ. ຜ່ານການຈັດຕັ້ງພິທີສະເຫຼີມສະຫຼອງ, ເປັນຕົ້ນແມ່ນການເດີນສວນສະໜາມ, ເດີນຂະບວນໄດ້ສະແດງໃຫ້ເຫັນການເຕີບໃຫຍ່ເຂັ້ມແຂງຂອງກອງທັບປະຊາຊົນຫວຽດນາມຢ່າງບໍ່ຢຸດຢັ້ງ, ຍ້ອງຍໍຊົມເຊີຍກຳລັງແຮງຂອງກຳລັງປະກອບອາວຸດ, ຈິດໃຈສາມັກຄີທົ່ວປວງຊົນທັງຊາດ; ພ້ອມທັງຢັ້ງຢືນເຖິງເຈດຈໍານົງຕັດສິນໃຈຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບສູ້ຊົນປະຕິບັດກິດຈະການປ່ຽນແປງໃໝ່ປະເທດຊາດຢ່າງມີໄຊ, ສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມ.

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ກວດກາໂສ້ງເສື້ອຂອງກໍາລັງເຂົ້າຮ່ວມການເດີນສວນສະໜາມ, ເດີນຂະບວນ. ພາບ: qdnd.vn

ເພື່ອໃຫ້ວຽກງານຫັດແອບການເດີນສວນສະໜາມ, ເດີນຂະບວນບັນລຸໄດ້ໝາກຜົນສູງ, ທ່ານພົນໂທ ຫງວຽນເຕິນເກືອງ ຮຽກຮ້ອງໃຫ້ບັນດາກຳລັງທີ່ເຂົ້າຮ່ວມການຫັດແອບຊາບຊຶມຈຸດປະສົງ, ຄວາມໝາຍການເດີນສວນສະໜາມ, ເດີນຂະບວນໃນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ ຢ່າງເລິກເຊິ່ງ; ການເຂົ້າຮ່ວມເດີນສວນສະໜາມ, ເດີນຂະບວນທັງແມ່ນຄວາມເປັນກຽດ ແລະຄວາມພາກພູມໃຈ, ແມ່ນຄວາມຮັບຜິດຊອບອັນໃຫຍ່ຫຼວງຂອງແຕ່ລະບຸກຄົນ, ກົມກອງ ສໍາລັບກອງທັບ ແລະປະເທດຊາດ. ຍ້ອນແນວນັ້ນ, ພະນັກງານ, ນັກຮົບທຸກຄົນ ຄວນເສີມຂະຫຍາຍສະຕິຕື່ນຕົວ, ຈິດໃຈຄວາມຮັບຜິດຊອບສູງໃນການຫັດແອບ ແລະປະຕິບັດລະບຽບວິໄນໃຫ້ດີ.

ທ່ານພົນໂທ ຫງວຽນເຕິນເກືອງ ໃສ່ໃຈວ່າ ຄະນະຈັດຕັ້ງ ແລະພະນັກງານຝຶກແອບຕ້ອງປະຕິບັດຕາມກົດລະບຽບ, ຮັກສາລະບອບ, ສ້າງແບບແຜນຕາມລະບຽບຫຼວງ, ປະຕິບັດຂໍ້ກຳນົດເປັນຢ່າງດີ; ບໍລິຫານການຫັດແອບລວມກັນໃຫ້ຖືກຕ້ອງຕາມລາຍການ, ວັນເວລາ ແລະແຜນການທີ່ໄດ້ກຳນົດ, ຮັບປະກັນຄວາມປອດໄພຢ່າງເດັດຂາດກ່ຽວກັບຊີວິດ, ອາວຸດ ແລະອຸປະກອນ...

ໂດຍ: ເຈິ່ນຮວ່ຽນ