ຕາງໜ້າການນຳກົມໃຫຍ່ເສນາທິການ, ທ່ານພົນໂທ ຟຸ່ງສິ໊ເຕິນ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍບັນດາຜົນງານທີ່ຊາວໜຸ່ມກົມໃຫຍ່ເສນາທິການ ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງຊາວໜຸ່ມ, ພະນັກງານ, ສະມາຊິກຊາວໜຸ່ມ ແລະຊາວໜຸ່ມໃນກົມໃຫຍ່ເສນາທິການ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນຫວຽດນາມວິລະຊົນ ແລະຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ; ປະຈັນບານ ແລະມີຫົວຄິດປະດິດສ້າງກວ່າອີກ, ປະກອບສ່ວນປະຕິບັດສຳເລັດໜ້າທີ່ຢ່າງມີໄຊ. ຄຽງຄູ່ກັນນັ້ນ, ຍູ້ແຮງຂະບວນການແຂ່ງຂັນ “ຊາວໜຸ່ມກົມໃຫຍ່ເສນາທິການ ຫຼໍ່ຫຼອມຄຸນສົມບົດ, ຫຼໍ່ຫຼອມຄວາມເກັ່ງກ້າສາມາດ, ປະຈັນບານ, ປະສິດສ້າງ, ສົມເປັນທະຫານລຸງໂຮ່ ໃນສະໄໝໃໝ່”; ປ່ຽນແປງໃໝ່ຮູບແບບການເຄື່ອນໄຫວທີ່ມີປະສິດທິຜົນ ແລະແທດຈິງຢ່າງບໍ່ຢຸດຢັ້ງ, ເປັນກຳລັງຫຼັກແຫຼ່ງນຳໜ້າໃນການປະຕິບັດໜ້າທີ່, ປະກອບສ່ວນສ້າງອົງການຈັດຕັ້ງພັກໃຫ້ປອດໃສ ໝັ້ນຄົງເຂັ້ມແຂງ, ອົງການກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ ແລະດີເດັ່ນ”...

leftcenterrightdel
ທ່ານພົນໂທ ຟຸ່ງສິ໊ເຕິນ ມອບລາງວັນໃຫ້ໄວໜຸ່ມທີ່ດີເດັ່ນກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ປີ 2023. ພາບ: qdnd.vn

ໃນໄລຍະຜ່ານມາ, ໄວໜຸ່ມກົມໃຫຍ່ເສນາທິການໄດ້ມີຫຼາຍກິດຈະກໍາທີ່ຟົດຟື້ນ ແລະມີປະສິດທິຜົນ. ປີ 2023, ມີຫຼາຍໝູ່ຄະນະ, ບຸກຄົນດີເດັ່ນ ໄດ້ຮັບການຍ້ອງຍໍຊົມເຊີຍຈາກທຸກຂັ້ນ, ໃນນັ້ນ 2 ໝູ່ຄະນະໄດ້ຮັບໃບຍ້ອງຍໍຈາກຄະນະບໍລິຫານງານສູນກາງຊາວໜຸ່ມ, 4 ໝູ່ຄະນະໄດ້ຮັບທຸງຂອງກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ, 2 ບຸກຄົນໄດ້ຮັບນາມມະຍົດໄວໜຸ່ມທີ່ມີແງ່ຫວັງໃນທົ່ວກອງທັບ. ເຂົ້າຮ່ວມໃນການແຂ່ງຂັນໄວໜຸ່ມປະດິດສ້າງໃນກອງທັບ ຄັ້ງທີ 23, ໄວໜຸ່ມກົມໃຫຍ່ເສນາທິການ ຍາດໄດ້ 2 ລາງວັນທີ 1, 5 ລາງວັນທີ 2, 9 ລາງວັນທີ 3 ແລະ 4 ລາງວັນຊົມເຊີຍ. ໃນການແຂ່ງຂັນກິລາລະດັບສູງ, ຍາດໄດ້ 751 ຫຼຽນທຸກປະເພດ, ໃນນັ້ນ ມີ 65 ຫຼຽນລະດັບພາກພື້ນ ແລະໂລກ.

ທີ່ລາຍການ, ກົມໃຫຍ່ເສນາທິການ ໄດ້ຍ້ອງຍໍໄວໜຸ່ມທີ່ດີເດັ່ນ 9 ຄົນ ແລະ 16 ຄົນທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມການແຂ່ງຂັນໄວໜຸ່ມປະດິດສ້າງໃນກອງທັບ ຄັ້ງທີ 23.

ໂດຍ: ທະນາພອນ