ພາຍຫຼັງຮັບຟັງຜູ້ຕາງໜ້າຄະນະຮັບຜິດຊອບຫົວຂໍ້ລາຍງານໝາກຜົນແຫ່ງການຄົ້ນຄວ້າ ແລະຄໍາຄິດເຫັນຂອງບັນດາສະມາຊິກສະພາ, ກ່າວຄໍາເຫັນສະຫຼຸບທີ່ວາລະປະຊຸມ, ທ່ານພົນໂທ ຈິ້ງວັນກວຽດ ເນັ້ນໜັກວ່າ: ຫົວຂໍ້ໄດ້ອະທິບາຍ, ເຮັດແຈ້ງບັນຫາ ພື້ນຖານກ່ຽວກັບທິດສະດີຍົກສູງຄວາມສາມາດເປັນເສນາທິການໃນການກໍ່ສ້າງທ່າຮົບທົ່ວປວງຊົນປ້ອງກັນຊາດ; ຍົກອອກບັນດາມາດຖານຕີລາຄາ ແລະເຮັດແຈ້ງເຈົ້າກໍາ, ເປົ້າໝາຍ, ເນື້ອໃນ, ແບບວິທີຍົກສູງຄວາມສາມາດເປັນເສນາທິການກ່ຽວກັບການກໍ່ສ້າງທ່າຮົບທົ່ວປວງຊົນປ້ອງກັນຊາດ.  ບົນພື້ນຖານລະບົບທິດສະດີ, ຫົວຂໍ້ໄດ້ໄຈ້ແຍກ, ຕີລາຄາສະພາບຕົວຈິງ, ຊີ້ແຈ້ງບັນດາໝາກຜົນ, ຈໍາກັດ ແລະສາຍເຫດ; ຄາດວ່າບັນດາປັດໄຈສົ່ງຜົນສະທ້ອນ, ກໍານົດຄວາມຮຽກຮ້ອງ ແລະສະເໜີລະບົບມາດຕະການແກ້ໄຂຢ່າງຄົບຊຸດ, ຮອບດ້ານ, ມີລັກສະນະເປັນໄປໄດ້ ແລະພື້ນຖານວິທະຍາສາດໝັ້ນຄົງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ສຳລັບບັນດາບັນຫາຕ້ອງຄົ້ນຄວ້າປັບປຸງໃຫ້ສໍາເລັດ, ທ່ານພົນໂທ ຈິ້ງວັນກວຽດ ຮຽກຮ້ອງຄະນະຮັບຜິດຊອບຫົວຂໍ້ຮັບເອົາ ຄວາມຄິດເຫັນຂອງບັນດາສະມາຊິກສະພາຢ່າງຄົບຖ້ວນ, ເຂັ້ມງວດ; ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການໄຈ້ແຍກ ແລະອະທິບາຍບັນດາມາດຕະການຈຸດສຸມ, ບຸກທະລຸ, ຮັບປະກັນລັກສະນະຊວນເຊື່ອ ແລະເປັນໄປໄດ້ໃນການນໍາໃຊ້ໝາກຜົນການຄົ້ນຄວ້າເຂົ້າພຶດຕິກໍາຕົວຈິງ. ດັດປັບຄວາມຜິດດ້ານເຕັກນິກ, ການບັນລະຍາຍ, ເຫັນດີເປັນເອກະພາບຕໍ່ເນື້ອໃນ ແລະວິທີການສະແດງຢູ່ບັນດາຜະລິດຕະພັນຫຼັກຂອງຫົວຂໍ້.

ສະພາຕີລາຄາຜົນການຄົ້ນຄວ້າຂອງຫົວຂໍ້ແມ່ນດີເລີດ.

ໂດຍ: ໄຊນີດາ