ຄຸກ ເຊີນລາ ໂດຍລ່າເມືອງຂຶ້ນຝຣັ່ງກໍ່ສ້າງໃນປີ 1908 ດ້ວຍເນື້ອທີ່ເບື້ອງຕົ້ນ 500 ຕາແມັດ, ສ່ວນຫຼາຍແມ່ນກັກຂັງນັກໂທດທຳມະດາ. ປີ 1930, ເມື່ອຂະບວນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດຂອງຫວຽດນາມ ນັບມື້ນັບເພີ່ມຂຶ້ນ, ພວກລ່າເມືອງຂຶ້ນຝຣັ່ງ ໄດ້ເປີດກວ້າງຄຸກເຊີນລາ ຕື່ມອີກເປັນ 1.500 ຕາແມັດ ແລະເລີ່ມກັກຂັງນັກໂທດການເມືອງ. ສະນັ້ນ, ຜ່ານການກໍ່ສ້າງ ແລະເປີດກວ້າງ 3 ເທື່ອ, ຄຸກ ເຊີນລາ ມີເນື້ອທີ່ທັງໝົດ 2.170 ຕາແມັດ.

leftcenterrightdel
ທ່ານພົນໂທ ວົງຄໍາ ພົມມະກອນ ໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດຄຸກເຊີນລາ. ພາບ: ຮວ່າງຮ່າ
leftcenterrightdel
ທ່ານພົນໂທ ວົງຄໍາ ພົມມະກອນ ຢ້ຽມຢາມຫໍພິພິທະພັນເຊີນລາ. ພາບ: ຮວ່າງຮ່າ

ພາຍຫຼັງການຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດຄຸກເຊີນລາ, ທ່ານພົນໂທ ວົງຄໍາ ພົມມະກອນ ໄດ້ສະແດງຄວາມນັບຖືຕໍ່ເຈດຈຳນົງ, ເຄົາລົບຈິດໃຈກ້າຫານຂອງນັກຮົບປະຕິວັດຫວຽດນາມ.

ໂດຍ: ໄຊນີດາ