ຜູ້ເຂົ້າຮ່ວມການເສັງແມ່ນ 100% ພະນັກງານ-ນັກຮົບທີ່ພວມເຮັດວຽກ ແລະສຶກສາຮ່ຳຮຽນຢູ່ບັນດາອົງການ, ກົມກອງຂອງກົມໃຫຍ່ການເມືອງ; ສົ່ງເສີມນັກສຶກສາ ແລະພົນລະເມືອງຂອງຫົວໜ່ວຍແຮກສ່ຽວ ແລະສະຖານທີ່ຕັ້ງທັບ. ດ້ວຍຫົວຂໍ້ “ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ - 80 ປີແຫ່ງວັນມູນເຊື້ອອັນສະຫງ່າລາສີ”, ການເສັງແບ່ງເປັນ 2 ຮູບແບບ, ຄື: ແບບຂຽນສົ່ງມາປະກວດ ແລະການເສັງຊອກຮູ້ທາງອອນລາຍ.

leftcenterrightdel
ບັນດາຜູ້ແທນຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ປະຊາຊົນຢູ່ແຂວງທ໊າຍງວຽນ. ພາບ: qdnd.vn

ການນໍາກົມໃຫຍ່ການເມືອງຮຽກຮ້ອງໃຫ້ຈັດການເສັງຢ່າງກວ້າງຂວາງດ້ວຍການເຂົ້າຮ່ວມຂອງພະນັກງານ, ນັກຮົບເປັນຈໍານວນຫຼວງຫຼາຍໃນທົ່ວອົງການກົມໃຫຍ່ການເມືອງ; ຮັບປະກັນຄວາມເຂັ້ມງວດ, ປະດິດຄິດສ້າງ, ການປະຢັດ, ມີກຳລັງແຜ່ຂະຫຍາຍທີ່ກວ້າງຂວາງ ແລະບັນລຸປະສິດທິຜົນຢ່າງແທດຈິງ. ຜ່ານການເສັງ, ເພື່ອແນໃສ່ໂຄສະນາເຜີຍແຜ່, ສຶກສາໃຫ້ພະນັກງານ, ນັກຮົບມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບທາດແທ້ຂອງການປະຕິວັດ, ມູນເຊື້ອອັນສະຫງ່າລາສີຂອງກົມໃຫຍ່ການເມືອງໃນພາລະກິດປົດປ່ອຍຊາດ, ສ້າງສາ ແລະປົກປັກຮັກສາປະເທດຊາດ; ຢັ້ງຢືນທີ່ຕັ້ງ, ບົດບາດ, ພາລະໜ້າທີ່ຂອງກົມໃຫຍ່ການເມືອງ, ຂອງອົງການການເມືອງ, ຖັນແຖວພະນັກງານການເມືອງໃນກອງທັບປະຊາຊົນຫວຽດນາມ; ສືບຕໍ່ເພີ່ມທະວີສະຕິຄວາມຮູ້, ອາລົມຈິດ, ຍົກສູງສະຕິຄວາມຮັບຜິດຊອບໃນການເຮັດວຽກ, ສຶກສາຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ຕອບສະໜອງໜ້າທີ່ໃນສະພາບການໃໝ່.

ໂດຍ: ໄຊນີດາ