ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ, ສຈ.ປອ ເລຮືວຊອງ ໄດ້ລາຍງານໃຫ້ທ່ານພົນເອກ ຈັນສະໝອນ ຈັນຍາລາດ ກ່ຽວກັບໝາກຜົນການຮ່ວມມືລະຫວ່າງໂຮງໝໍສູນກາງກອງທັບ 108 ແລະ ໂຮງໝໍສູນກາງກອງທັບ 103 ຂອງລາວ ໃນໄລຍະຜ່ານມາ; ຢືນຢັນວ່າ ທາງໂຮງໝໍ 108 ຈະສືບຕໍ່ສົມທົບກັນ, ໜູນຊ່ວຍ ແລະສົ່ງນັກຊ່ຽວຊານໄປຊ່ວຍເຫຼືອໂຮງໝໍສູນກາງກອງທັບ 103 ຂອງລາວ ເວົ້າສະເພາະ ແລະຂະແໜງການແພດທະຫານຂອງລາວ ເວົ້າລວມ; ພ້ອມກັນນັ້ນຍັງຈະສືບຕໍ່ໜູນຊ່ວຍບຳລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ໂຮງໝໍສູນກາງກອງທັບ 103 ກໍ່ຄືໃນຂົງເຂດແພດທະຫານຂອງລາວ.

leftcenterrightdel
ພົນຈັດຕະວາ, ສຈ.ປອ ເລຮືວຊອງ ລາຍງານກ່ຽວກັບຜົນການຮ່ວມມືໃຫ້ທ່ານພົນເອກ ຈັນສະໝອນ ຈັນຍາລາດ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານພົນເອກ ຈັນສະໝອນ ຈັນຍາລາດ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງໂຮງໝໍສືບຕໍ່ສົມທົບກັນ ແລະໜູນຊ່ວຍເຊິ່ງກັນ ແລະກັນ, ເປັນຕົ້ນແມ່ນໃນການບຳລຸງສ້າງຍົກສູງລະດັບວິຊາອາຊີບໃຫ້ແກ່ພະນັກງານແພດໝໍຂອງໂຮງໝໍສູນກາງກອງທັບ 103 ຂອງລາວ ເວົ້າສະເພາະ ແລະຂະແໜງການແພດທະຫານຂອງລາວ ເວົ້າລວມ; ສະເໜີໃຫ້ສອງໂຮງໝໍສືບຕໍ່ສົມທົບກັນຈັດຕັ້ງການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງຂະແໜງການແພດທະຫານຂອງສອງປະເທດ ໃຫ້ມີປະສິດທິຜົນ; ຮຽກຮ້ອງໃຫ້ໂຮງໝໍ 108 ສືບຕໍ່ຈັດສົ່ງຄະນະຊ່ຽວຊານ ມາຊ່ວຍເຫຼືອໂຮງໝໍສູນກາງກອງທັບ 103 ຂອງລາວ ເວົ້າສະເພາະ ແລະ ຂະໜແໜງການແພດທະຫານຂອງລາວ ເວົ້າລວມ.

leftcenterrightdel
ໂຮງໝໍສູນກາງກອງທັບ 108 ຂອງຫວຽດນາມ  ແລະໂຮງໝໍສູນກາງກອງທັບ 103 ຂອງລາວ ແລກປ່ຽນບົດບັນທຶກຊ່ວຍຈໍາການຮ່ວມມືນຳກັນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ອນໜ້ານັ້ນໄດ້ດຳເນີນການເຮັດວຽກ ແລະພິທີລົງນາມໃນບົດບັນທຶກຊ່ວຍຈຳ ແລະທິດທາງການຮ່ວມມືປີ 2024 ລະຫວ່າງໂຮງໝໍສູນກາງກອງທັບ 108 ຂອງຫວຽດນາມ ແລະ ໂຮງໝໍສູນກາງກອງທັບ 103 ຂອງລາວ.

ສອງຝ່າຍກໍ່ສະເໜີແຜນການແລກປ່ຽນແພດໝໍລະຫວ່າງສອງໂຮງໝໍ ຫຼືໂຮງໝໍສູນກາງກອງທັບ 103 ຂອງລາວ ຈັດສົ່ງແພດໝໍໄປທັດສະນະສຶກສາ,  ເຂົ້າຮ່ວມການກວດ ແລະປິ່ນປົວພະຍາດໃຫ້ຄົນເຈັບລາວ ຢູ່ໂຮງໝໍສູນກາງກອງທັບ 108 ຂອງຫວຽດນາມ. ສ່ວນໂຮງໝໍສູນກາງກອງທັບ 108 ຂອງຫວຽດນາມ  ຈັດສົ່ງແພດໝໍໄປໜູນຊ່ວຍການກວດ, ໃຫ້ຄໍາປຶກສາດ້ານສຸຂະພາບແກ່ຄົບເຈັບ ທີ່ໂຮງໝໍສູນກາງກອງທັບ 103 ຂອງລາວ.

ໂດຍ: ທູຈາງ