ຕອນເຊົ້າວັນດຽວກັນ, ພິທີຕ້ອນຮັບກຳປັ່ນໄດ້ຈັດຂຶ້ນຢູ່ທ່າກຳປັ່ນໂດຍທ່ານພັນເອກພິເສດ ຖ໊າຍຮົ່ງລີງ, ຮອງຫົວໜ້າເສນາທິການທະຫານເຮືອເຂດ 1 ເປັນປະທານ.

ທ່ານພັນເອກພິເສດ ຖ໊າຍຮົ່ງລີງ ໄດ້ໃຫ້ການຕ້ອນຮັບຜູ້ບັນຊາການກອງກຳປັ່ນພ້ອມກັບນາຍທະຫານ ແລະລູກເຮືອ ຍີ່ປຸ່ນ ທີ່ມາຢ້ຽມຢາມນະຄອນຫາຍຟ່ອງ, ອວຍພອນໃຫ້ຄະນະມີການຢ້ຽມຢາມທີ່ມີຄວາມໝາຍ ແລະໜ້າຈົດຈຳຢູ່ນະຄອນແຫ່ງດອກຝາງສີແດງ. ແລກປ່ຽນກັບຜູ້ແທນຫວຽດນາມ, ຜູ້ບັນຊາການກອງກໍາປັ່ນຝຶກຊ້ອມເລກ 1 ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມນະຄອນຫາຍຟ່ອງ ແລະແບ່ງປັນຄວາມປະທັບໃຈອັນດີງາມຕໍ່ປະເທດຊາດ ແລະປະຊາຊົນຫວຽດນາມ. ພາຍຫຼັງພິທີຕ້ອນຮັບ, ຄະນະຜູ້ແທນຫວຽດນາມ ໄດ້ຂຶ້ນຢ້ຽມຢາມກຳປັ່ນ Suzunami ແລະກໍາປັ່ນ Shimakaze.

leftcenterrightdel
ຄະນະຜູ້ແທນຫວຽດນາມ ຖ່າຍຮູບກັບຜູ້ບັນຊາການກອງກໍາປັ່ນ ແລະຜູ້ບັນຊາການກຳປັ່ນບັນທຸກ ຍົນເຮລິຄອບເຕີ Suzunami. ພາບ: qdnd.vn

ການຢ້ຽມຢາມຂອງກອງກຳປັ່ນຝຶກຊ້ອມຍີ່ປຸ່ນ ໄດ້ປະກອບສ່ວນເພີ່ມທະວີການພົບປະແລກປ່ຽນ, ການພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງ 2 ກະຊວງປ້ອງກັນປະເທດ ຫວຽດນາມ - ຍີ່ປຸ່ນ ເວົ້າລວມ ແລະລະຫວ່າງທະຫານເຮືອປະຊາຊົນຫວຽດນາມ ແລະກຳລັງປ້ອງກັນຕົວທາງທະເລຍີ່ປຸ່ນ ເວົ້າສະເພາະ. ໃນຂອບເຂດການຢ້ຽມຢາມນະຄອນຫາຍຟ່ອງ, ກຸ່ມຜູ້ບັນຊາການກຳປັ່ນໄດ້ເຂົ້າຢ້ຽມຂໍ່ານັບການນຳຄະນະກຳມະການປະຊາຊົນນະຄອນຫາຍຟ່ອງ, ທະຫານເຮືອເຂດ 1. ນາຍທະຫານ ແລະລູກເຮືອຢູ່ກຳປັ່ນມີການຢ້ຽມຢາມເຂດປູສະນີຍະສະຖານ, ປະຫວັດສາດ ແລະວັດທະນະທຳຢູ່ທ້ອງຖິ່ນ.

ໂດຍ: ທະນາພອນ