ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານພົນເອກ ຟານວັນຢາງ ຊົມເຊີຍກົມໃຫຍ່ພະລາທິການ ແລະອົງການພະລາທິການທຸກຂັ້ນທີ່ໄດ້ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ເສີມຂະຫຍາຍຈິດໃຈກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັບປະກັນພະລາທິການ ໃຫ້ໜ້າທີ່ຝືກແອບ, ກຽມພ້ອມສູ້ຮົບ ແລະໜ້າທີ່ຕ່າງໆເປັນຢ່າງດີ. ເປັນເຈົ້າການສົມທົບກັບກົມໃຫຍ່ເຕັກນິກ ແລະບັນດາອົງການກ່ຽວຂ້ອງ, ເປັນເສນາທິການສັບຊ້ອນກຳລັງພະລາທິການ-ເຕັກນິກ ຖືກຕາມທັດສະນະ, ແຜນນະໂຍບາຍ, ມະຕິຂອງກົມການເມືອງ, ຄະນະພັກການທະຫານສູນກາງ ກ່ຽວກັບການນຳພາປະຕິບັດການສັບຊ້ອນກຳລັງກອງທັບປະຊາຊົນຫວຽດນາມ ໄລຍະ 2021-2030 ແລະໃນຊຸມປີຕໍ່ໄປ, ໃນເບື້ອງຕົ້ນບັນລຸໝາກຜົນແທດຈິງ, ຮັກສາຄວາມໝັ້ນຄົງທຸກດ້ານ. ຕັ້ງໜ້າເປັນເສນາທິການ, ຊີ້ນຳຍູ້ໄວຄວາມຄືບໜ້າສຳເລັດທຸກເປົ້າໝາຍກ່ຽວກັບວຽກງານພະລາທິການ ເຊິ່ງມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI ໄດ້ວາງອອກ. 

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ເປັນປະທານ, ກ່າວຄຳເຫັນຊີ້ນຳທີ່ການເຮັດວຽກກັບກົມໃຫຍ່ພະລາທິການ. ພາບ: ເຊີນບິ່ງ

ໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ຟານວັນຢາງ ຮຽກຮ້ອງໃຫ້ກົມໃຫຍ່ພະລາທິການ ສືບຕໍ່ປະຕິບັດພາລະບົດບາດເປັນເສນາທິການກັບຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ; ເປັນເຈົ້າການຄົ້ນຄວ້າ, ຄາດຄະເນ, ກຳແໜ້ນສະພາບການທີ່ສົ່ງຜົນກະທົບເຖິງວຽກງານພະລາທິການ, ໂດຍສະເພາະແມ່ນສືບຕໍ່ຕີລາຄາຜົນກະທົບຂອງສະພາບການໂລກ, ພາກພື້ນ ແລະພາຍໃນປະເທດ ເພື່ອເປັນເສນາທິການປັບປຸງວິທີການຮັບປະກັນດ້ານວັດຖຸອຸປະກອນພະລາທິການໃຫ້ທຸກໜ້າທີ່, ເໝາະສົມກັບຂັ້ນຕອນກໍ່ສ້າງກົງຈັກການຈັດຕັ້ງກຳລັງກອງທັບ ແລະກົງຈັກການຈັດຕັ້ງກຳລັງພະລາທິການ-ເຕັກນິກ, ຮັບປະກັນວຽກງານພະລາທິການເປັນຢ່າງດີ, ຮັກສາຄວາມໝັ້ນຄົງ ແລະຍົກສູງຊີວິດການເປັນຢູ່ຂອງທະຫານ.

ທ່ານລັດຖະມົນຕີ ຟານວັນຢາງ ໃສ່ໃຈວ່າ ຄະນະພັກ, ການນຳກົມໃຫຍ່ພະລາທິການ ສືບຕໍ່ມີຫຼາຍມາດຕະການຍົກສູງຄຸນນະພາບການກໍ່ສ້າງກົມກອງ ໃຫ້ມີຄວາມໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ” ຕິດພັນກັບການສ້າງຄະນະພັກ, ອົງການຈັດຕັ້ງພັກຢ່າງປອດໃສ, ໝັ້ນຄົງເຂັ້ມແຂງດີເດັ່ນ. ກະກຽມທຸກດ້ານໃຫ້ເປັນຢ່າງດີ, ເຮັດວຽກງານແນວຄິດ, ພະນັກງານ, ນະໂຍບາຍເປັນຢ່າງດີ... ປະຕິບັດການກວດກາຄືນ, ເພີ່ມເຕີມແຜນສັງລວມກໍ່ສ້າງພະນັກງານ, ສັບຊ້ອນພະນັກງານການນຳ, ຄຸ້ມຄອງຕິດພັນກັບການກະກຽມບຸກຄະລາກອນ ໃຫ້ການທ້ອນໂຮມກົມໃຫຍ່ພະລາທິການ, ກົມໃຫຍ່ເຕັກນິກເຂົ້າກັນ ແລະກອງປະຊຸມໃຫຍ່ພັກທຸກຂັ້ນ ອາຍຸການໃໝ່.

ໂດຍ: ແສງເດືອນ