ໂຄງການກໍ່ສ້າງຄ້າຍທະຫານຊາຍແດນໃຫ້ກອງຮ້ອຍທະຫານຊາຍແດນ 541, ກອງບັນຊາການທະຫານແຂວງ ອັດຕະປື ແມ່ນໜຶ່ງໃນບັນດາໂຄງການທີ່ກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດລາວ ດ້ວຍຄວາມປາດຖະໜາຍາມໃດກໍ່ຄຽງບ່າຄຽງໄຫຼ່ກັບກອງທັບປະຊາຊົນລາວ ເວົ້າລວມ, ກໍາລັງຄຸ້ມຄອງ ແລະປ້ອງກັນຊາຍແດນຂອງລາວ ເວົ້າສະເພາະ, ຜ່ານນັ້ນສືບຕໍ່ຢືນຢັນການພົວພັນໃນວຽກງານສົມທົບກັນລະຫວ່າງກຳລັງຄຸ້ມຄອງ ແລະປ້ອງກັນຊາຍແດນຫວຽດນາມ - ລາວ.

leftcenterrightdel
ພິທີຕັດແຖບຜ້າເປີດນໍາໃຊ້ຄ້າຍທະຫານຊາຍແດນ ໃຫ້ກອງຮ້ອຍທະຫານຊາຍແດນ 541, ກອງບັນຊາການທະຫານແຂວງ ອັດຕະປື, ລາວ. ພາບ: ຮວ່າງເວິນ

ທ່ານພົນຈັດຕະວາ ຮວ່າງຮື໊ວຈ໊ຽນ ຫວັງວ່າໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດລາວ ແລະບັນດາການນໍາທ້ອງຖິ່ນທີ່ຢູ່ສອງຟາກຊາຍແດນຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍ, ສ້າງເງື່ອນໄຂສະດວກເພື່ອໃຫ້ກໍາລັງຄຸ້ມຄອງ, ປ້ອງກັນຊາຍແດນລະຫວ່າງສອງປະເທດເວົ້າລວມ, ກໍາລັງທະຫານຊາຍແດນ ກອນຕູມ ແລະອັດຕະປື (ລາວ)  ເວົ້າສະເພາະ ເພີ່ມທະວີການພົບປະ, ແລກປ່ຽນປະສົບການລະຫວ່າງສອງຝ່າຍ.

leftcenterrightdel
ທ່ານພົນຈັດຕະວາ ຮວ່າງຮື໊ວຈ໊ຽນ ແລະບັນດາການນໍາທ້ອງຖິ່ນມອບຂອງຂວັນໃຫ້ນັກຮຽນ ໂຮງຮຽນປະຖົມບ້ານພູເກືອ, ເມືອງພູວົງ, ແຂວງ ອັດຕະປື (ລາວ). ພາບ: ຮວ່າງເວິນ

ເນື່ອງໃນໂອກາດນີ້, ໃນຂອບເຂດລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1, ກົມການເສນາຮັກ, ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົມທົບກັບກຳລັງເສນາຮັກຂອງລາວ ຈັດຕັ້ງການລົງ ຢ້ຽມຢາມ, ກວດສຸຂະພາບ ແລະແຈກຢາຍຢາໂດຍບໍ່ເສຍຄ່າ ໃຫ້ປະຊາຊົນລາວ ຢູ່ບ້ານພູເກືອ, ເມືອງພູວົງ, ແຂວງອັດຕະປື.

ທ່ານພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມສອງຝ່າຍຈະນັບມື້ນັບໝັ້ນຄົງເຂັ້ມແຂງ, ສືບຕໍ່ມີການເຄື່ອນໄຫວພົວພັນຕ່າງປະເທດທີ່ແທດຈິງຫຼາຍຢ່າງ ເພື່ອມຸ່ງໄປເຖິງພະນັກງານ; ນັກຮົບ ແລະປະຊາຊົນຢູ່ເຂດຊາຍແດນ.

ໂດຍ: ທະນາພອນ