leftcenterrightdel
ທ່ານພົນໂທ ຟຸ່ງສີເຕິ໊ນ ກ່າວຄຳເຫັນຊີ້ນໍາທີ່ການເຮັດວຽກ. ພາບ: ມີ໋ແຮ້ງ

ກ່າວຄຳເຫັນຊີ້ນໍາທີ່ການເຮັດວຽກ, ທ່ານພົນໂທ ຟຸ່ງສີເຕິ໊ນ ສະເໜີໃຫ້ບັນດາກົມກອງທີ່ເຂົ້າຮ່ວມວາງສະແດງຜະລິດຕະພັນຢູ່ງານວາງສະແດງ, ໃນນັ້ນມີເຫຼົ່າຮົບເຄມີສາດ ເຮັດວຽກງານກະກຽມໃຫ້ເປັນຢ່າງດີ ແລະຄັດເລືອກເອົາຜະລິດຕະພັນທີ່ພົ້ນເດັ່ນ, ມີເນື້ອໃນວິທະຍາສາດສູງເພື່ອແນະນຳບັນດາຜະລິດຕະພັນທີ່ມີຄຸນນະພາບຂອງພື້ນຖານອຸດສາຫະກໍາປ້ອງກັນຊາດຫວຽດນາມ ອອກສູ່ໂລກ. ບັນດາຜະລິດຕະພັນທີ່ຈະນຳມາວາງສະແດງຕ້ອງສະແດງອອກໃຫ້ເຫັນເຖິງຜົນສຳເລັດໃນການພັດທະນາຂອງອຸດສາຫະກຳປ້ອງກັນຊາດ, ຜ່ານນັ້ນສະແດງໃຫ້ເຫັນກຳລັງແຮງດ້ານປ້ອງກັນຊາດຂອງຫວຽດນາມ, ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ ແລະການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງຫວຽດນາມ ກັບປະເທດຕ່າງໆ.

ທ່ານພົນຈັດຕະວາ ຮ່າວັນກື໋ ຜູ້ບັນຊາການເຫຼົ່າຮົບເຄມີສາດ ໃຫ້ຮູ້ວ່າ ການເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024, ຄາດວ່າ ເຫຼົ່າຮົບເຄມີສາດ ຈະວາງສະແດງ 25 ຜະລິດຕະພັນຢູ່ຕາມຮ້ານວາງສະແດງຢູ່ໃນຮົ່ມ ແລະກາງແຈ້ງໂດຍ ເຫຼົ່າຮົບ ຄົ້ນຄວ້າ ແລະຜະລິດ. ນີ້ແມ່ນອຸປະກອນໃໝ່ເພື່ອຮັບໃຊ້ວຽກງານວິຊາສະເພາະຂອງເຫຼົ່າຮົບ.

ນອກຈາກລາຍການເຮັດວຽກທີ່ກ່ຽວຂ້ອງເຖິງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024 ແລ້ວ, ທ່ານພົນໂທ ຟຸ່ງສີເຕິ໊ນ ກໍ່ໄດ້ເຮັດວຽກກັບເຫຼົ່າຮົບເຄມີສາດ ກ່ຽວກັບວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີທີ່ຍັງຕົກຄ້າງພາຍຫຼັງສົງຄາມ. ທ່ານພົນຈັດຕະວາ ຮ່າວັນກື໋ ໄດ້ລາຍງານບາງໝາກຜົນການເຄື່ອນໄຫວອັນພົ້ນເດັ່ນຂອງກົມກອງ ກ່ຽວກັບວຽກງານນີ້ໃນປີ 2023.

ໂດຍ: ເຈິ່ນຮວ່ຽນ