leftcenterrightdel
ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ. ພາບ: ຝູເຊີນ.
leftcenterrightdel
ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຝູເຊີນ.

ທີ່ການພົບປະເຈລະຈາ, ທ່ານລັດຖະມົນຕີ ຟານວັນຢາງ ຢັ້ງຢືນວ່າ ການຢ້ຽມຢາມຄັ້ງນີ້ຂອງຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ມາເລເຊຍ ມີຄວາມໝາຍສໍາຄັນ, ບໍ່ພຽງແຕ່ປະກອບສ່ວນຢ່າງແທດຈິງເຂົ້າໃນການສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງສ້າງກໍາລັງໜູນໃໝ່, ເພື່ອນໍາການພົວພັນດ້ານປ້ອງກັນຊາດສອງປະເທດໃຫ້ສືບຕໍ່ພັດທະນາກວ່າອີກດ້ວຍ.

ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ແລະມາເລເຊຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ແບ່ງປັນຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບວັດທະນະທໍາ, ປະຫວັດສາດ; ລ້ວນແຕ່ເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງອາຊຽນ, ພ້ອມກັນແບ່ງປັນ ແລະສະໜັບສະໜູນໃນຫຼາຍບັນຫາສາກົນທີ່ສໍາຄັນ. ສອງປະເທດພວມຕັ້ງໜ້າຜັນຂະຫຍາຍໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ໄລຍະ 2021-2025 ໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຝູເຊີນ.

ທີ່ການພົບປະ, ສອງຝ່າຍຕີລາຄາວ່າການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ມາເລເຊຍ ນັບມື້ນັບສວມບົດບາດສໍາຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ການນໍາສອງປະເທດໄດ້ເອົາໃຈໃສ່, ຊຸກຍູ້, ສອດຄ່ອງກັບບັນດາເອກະສານຮ່ວມມືດ້ານປ້ອງກັນຊາດ ເຊິ່ງສອງຝ່າຍໄດ້ລົງນາມ. ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໃນໄລຍະຜ່ານມາບັນລຸໝາກຜົນຕັ້ງໜ້າ, ພົ້ນເດັ່ນໃນບາງຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ, ການຮ່ວມມືລະຫວ່າງບັນດາເຫຼົ່າທັບ, ເຫຼົ່າທົບ, ກໍ່ສ້າງ, ໃຫ້ຄໍາປຶກສາ ແລະສະໜັບສະໜູນ ເຊິ່ງກັນ ແລະກັນທີ່ເວທີປາໄສຄວາມໝັ້ນຄົງພາກພື້ນ ແລະສາກົນ, ຈັດສົ່ງຄະນະ ເຂົ້າຮ່ວມບັນດາເຫດການ ໂດຍແຕ່ລະປະເທດ ເປັນເຈົ້າພາບ.

ສອງລັດຖະມົນຕີ ເຫັນດີຖືວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງຝ່າຍແມ່ນຍັງຫຼາຍຢູ່; ສະເໜີສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນບົດບັນທຶກຊ່ວຍຈໍາລະຫວ່າງລັດຖະບານສອງປະເທດ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ທີ່ໄດ້ລົງນາມພາຍຫຼັງການພົບປະເຈລະຈາ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Dato’ Seri Utama Haji Mohamad Bin Haji Hasan ລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ ເຊັນບົດບັນທຶກຊ່ວຍຈໍາລະຫວ່າງສອງລັດຖະບານ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ. ພາບ: ຝູເຊີນ.

ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ ຢັ້ງຢືນວ່າ ນັບແຕ່ສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນປີ 2015 ແລະເຊັນບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ໃນປີ 2008, ການພົວພັນດ້ານປ້ອງກັນຊາດຂອງສອງປະເທດ ໄດ້ມີຫຼາຍບາດກ້າວພໍສົມຄວນ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດສອງປະເທດ ໄດ້ມີຂີດໝາຍໃໝ່ດ້ວຍການລົງນາມບົດບັນທຶກຊ່ວຍຈໍາລະຫວ່າງສອງລັດຖະບານ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ເນື່ອງໃນໂອກາດການຢ້ຽມຢາມຄັ້ງນີ້; ຢັ້ງຢືນວ່າ ນີ້ແມ່ນໂອກາດເພື່ອໃຫ້ກະຊວງປ້ອງກັນປະເທດສອງປະເທດ ພ້ອມກັນຕີລາຄາຄວາມມານະພະຍາຍາມຮ່ວມມືໃນໄລຍະຜ່ານມາ; ພ້ອມທັງປາດຖະໜາວ່າສອງຝ່າຍຈະບັນລຸໄດ້ມາດຕະການລະອຽດເພື່ອເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.

ພາຍຫຼັງສິ້ນສຸດການພົບປະເຈລະຈາ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Dato’ Seri Utama Haji Mohamad Bin Haji Hasan ລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ ໄດ້ເຊັນບົດບັນທຶກຊ່ວຍຈໍາລະຫວ່າງສອງລັດຖະບານ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ.

ໂດຍ: ໄຊຊະນະ