ກ່າວຄຳເຫັນທີ່ການພົບປະກັບນັກຂ່າວ, ທ່ານພົນຈັດຕະວາ ເລຊວນຊາງ, ຮອງຫົວໜ້າກົມໂຄສະນາອົບຮົມ (ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ) ປາດຖະໜາວ່າ ບັນດາອົງການສື່ມວນຊົນຈະສົມທົບກັນໂຄສະນາກ່ຽວກັບເປົ້າໝາຍ, ຄວາມໝາຍ, ບັນດາການເຄື່ອນໄຫວຕົ້ນຕໍຂອງລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ - ລາວ - ກຳປູເຈຍ ຄັ້ງທຳອິດ ຢ່າງເລິກເຊິ່ງກວ້າງຂວາງ.

leftcenterrightdel
ບັນຍາກາດທີ່ການພົບປະກັບນັກຂ່າວ. ພາບ: qdnd.vn

ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທຳອິດ ມີຄວາມໝາຍສຳຄັນພິເສດ. ນີ້ແມ່ນຄັ້ງທຳອິດທີ່ກະຊວງປ້ອງກັນປະເທດ 3 ປະເທດຈັດຕັ້ງການພົບປະແລກປ່ຽນຢູ່ເຂດຊາຍແດນຂອງ 3 ປະເທດ. ຜົນສຳເລັດຂອງການພົບປະແລກປ່ຽນຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ; ພ້ອມທັງ, ຜ່ານການເຄື່ອນໄຫວພົບປະແລກປ່ຽນໄດ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ການພົບປະແລກປ່ຽນປະຊາຊົນຢູ່ເຂດຊາຍແດນ; ສົ່ງສານກ່ຽວກັບຄວາມສາມັກຄີ, ມິດຕະພາບ, ການສະໜັບສະໜູນເຊິ່ງກັນ ແລະກັນລະຫວ່າງລັດຖະບານ, ກອງທັບ ແລະປະຊາຊົນ 3 ປະເທດ, ຜ່ານນັ້ນປະກອບສ່ວນສ້າງເຂດຊາຍແດນຫວຽດນາມ - ລາວ - ກໍາປູເຈຍ ໃຫ້ມີສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.

ໂດຍ: ຈາງຫງວຽນ