ນີ້ແມ່ນການລາດຕະເວນຮ່ວມຢູ່ເຂດທະເລອ້ອມແອ້ມເສັ້ນຂີດຂັ້ນຊາຍແດນອ່າວພາກເໜືອ ຄັ້ງທີ 7 ລະຫວ່າງຕໍາຫຼວດທະເລຫວຽດນາມ ແລະຕໍາຫຼວດທະເລຈີນ ພາຍຫຼັງສັນຍາວ່າດ້ວຍການຮ່ວມມືກ່ຽວກັບອາຊີບຫາປາຢູ່ເຂດຫາປາຮ່ວມກັນຢູ່ອ່າວພາກເໜືອ ລະຫວ່າງຫວຽດນາມ - ຈີນ ໝົດກຳນົດແຕ່ວັນທີ 30 ມິຖຸນາ 2020.

leftcenterrightdel
ຕໍາຫຼວດທະເລຫວຽດນາມ ດຳເນີນພິທີອຳລາ, ສິ້ນສຸດການລາດຕະເວນຮ່ວມ. ພາບ: qdnd.vn

ການລາດຕະເວນຮ່ວມລະຫວ່າງກອງຕໍາຫຼວດທະເລຫວຽດນາມ ແລະຕໍາຫຼວດທະເລຈີນ  ຄັ້ງທີ 2 ປີ 2023 ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ຮັບປະກັນຄວາມປອດໄພໃນທຸກດ້ານ. ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດບັນດາເນື້ອໃນ, ແຜນການທີ່ໄດ້ຮັບການຮັບຮອງເອົາເປັນຢ່າງດີ. ຫົວໜ້າກໍາລັງກວດກາຮ່ວມສອງທ່ານຂອງສອງປະເທດ ຫວັງວ່າ ສອງຝ່າຍຈະສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນຊຸມປີຜ່ານມາເພື່ອຮ່ວມກັນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ທະເລ, ປະກອບສ່ວນເພີ່ມພູນຄູນສ້າງມູນເຊື້ອມິດຕະພາບ, ຄວາມສາມັກຄີ, ການຮ່ວມມື ແລະພັດທະນາຢູ່ອ່າວພາກເໜືອ.

ຜົນສຳເລັດຂອງການປະຕິບັດງານຄັ້ງນີ້ ຈະສືບຕໍ່ສ້າງກຳລັງໜູນຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນຫວຽດນາມ - ຈີນ ເວົ້າລວມ ແລະກຳລັງຕໍາຫຼວດທະເລຂອງສອງປະເທດເວົ້າສະເພາະໃຫ້ນັບມື້ນັບພັດທະນາຢ່າງດີງາມກວ່າອີກ.

ໂດຍ: ຈາງຫງວຽນ