ກອງກຳປັ່ນ 264 ແລະ 265 ໄປຮອດໄທ
ກປ.ອອນໄລ - ຕອນເຊົ້າວັນທີ 30 ພະຈິກ, ກອງກຳປັ່ນ 264, 265 ແລະຄະນະປະຕິບັດງານທະຫານເຮືອເຂດ 5 ທະຫານເຮືອປະຊາຊົນຫວຽດນາມ ນໍາໂດຍທ່ານພັນເອກພິເສດ ຈິ້ງຊວນຕຸ່ງ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານເຮືອເຂດ 5 ໄດ້ໄປຮອດທ່າກຳປັ່ນ Songkhla (ໄທ), ເລີ່ມຕົ້ນການຢ້ຽມຢາມ, ພົບປະແລກປ່ຽນກັບກອງບັນຊາການທະຫານເຮືອເຂດ 2 ທະຫານເຮືອລາດຊະວົງໄທ.
ກ່ອນໜ້ານັ້ນ, ໃນລະຫວ່າງວັນທີ 28 – 29 ພະຈິກ, ຢູ່ເຂດທະເລຕິດຕໍ່ກັນ ຫວຽດນາມ - ໄທ, ກອງກຳປັ່ນ 264, 265 ໄດ້ດຳເນີນການລາດຕະເວນຮ່ວມປະຈຳປີ ຄັ້ງທີ 48 ກັບກອງກຳປັ່ນ 526, 551 ຂອງທະຫານເຮືອລາດຊະວົງໄທ.
    |
 |
ນາຍທະຫານຂອງກໍາປັ່ນ 264 ດໍາເນີນລະບຽບການທັກທາຍກັນບົນທະເລ ລະຫວ່າງກຳປັ່ນບັນດາປະເທດອາຊຽນ. ພາບ: ວັນດິ້ງ. |
ໃນວິວັດການລາດຕະເວນ, ສອງຝ່າຍໄດ້ດຳເນີນລະບຽບການທັກທາຍກັນຢູ່ເຂດທະເລ ລະຫວ່າງກຳປັ່ນທະຫານເຮືອບັນດາປະເທດອາຊຽນ (Hello ASEAN); ແລກປ່ຽນຂໍ້ມູນຂ່າວສານ; ຝຶກແອບທຸງມື, ແສງໄຟຕາມກົດໝາຍວ່າດ້ວຍສັນຍານສາກົນ; ການຝຶກຊ້ອມຊອກຫາກູ້ໄພ-ກູ້ຊີບ ແລະປະຕິບັດກົດແຫ່ງການປະພຶດໃຫ້ແກ່ການພົບປະກັນໂດຍບັງເອີນຢູ່ທະເລຂອງທະຫານເຮືອບັນດາປະເທດປາຊີຟິກຕາເວັນຕົກ (CUES).
ການລາດຕະເວນຮ່ວມຄັ້ງທີ 48 ໄດ້ດຳເນີນຕາມ 6 ເສັ້ນທາງ, ດ້ວຍໄລຍະທາງ 408 ໄມທະເລ. ນີ້ແມ່ນການເຄື່ອນໄຫວນອນໃນລະບຽບການລາດຕະເວນຮ່ວມ ແລະສ້າງສາຍຕິດຕໍ່ສື່ສານລະຫວ່າງທະຫານເຮືອປະຊາຊົນຫວຽດນາມ ແລະທະຫານເຮືອລາດຊະວົງໄທ ໂດຍຜູ້ບັນຊາການທະຫານເຮືອສອງປະເທດ ລົງນາມໃນວັນທີ 14 ມິຖຸນາ ປີ 1999.
    |
 |
ພິທີຕ້ອນຮັບຄະນະປະຕິບັດງານທະຫານເຮືອເຂດ 5 ທະຫານເຮືອປະຊາຊົນຫວຽດນາມ ຢູ່ທ່າກຳປັ່ນ Songkhla. ພາບ: ວັນດິ້ງ. |
ດ້ວຍການກະກຽມຢ່າງຮອບຄອບ, ການສົມທົບກັນຢ່າງແໜ້ນແຟ້ນ, ການລາດຕະເວນຮ່ວມ ຄັ້ງທີ 48 ໄດ້ປະສົບຜົນສຳເລັດ. ຜ່ານນັ້ນ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດທະເລຕິດຕໍ່ກັນລະຫວ່າງ ຫວຽດນາມ-ໄທ, ສ້າງເງື່ອນໄຂໃຫ້ປະຊາຊົນສອງປະເທດພັດທະນາເສດຖະກິດທາງທະເລ, ພ້ອມທັງສືບຕໍ່ຊຸກຍູ້ການພົວພັນຮ່ວມມື, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງທະຫານເຮືອສອງປະເທດ.
ໂດຍ: ຈາງຫງວຽນ