ຄະນະຜູ້ແທນກະຊວງປ້ອງກັນປະເທດລາວ ຢ້ຽມຢາມທະຫານເຂດ 4
ກປ.ອອນໄລ - ຕອນບ່າຍວັນທີ 27 ພະຈິກ, ຢູ່ແຂວງ ເຫງະອານ, ຄະນະຜູ້ແທນກະຊວງປ້ອງກັນປະເທດລາວ ນໍາໂດຍສະຫາຍພົນຕີ ວົງຄຳ ພົມມະກອນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດລາວ ມາຢ້ຽມຢາມກອງບັນຊາການທະຫານເຂດ 4.
ທີ່ການຕ້ອນຮັບ, ສະຫາຍພົນຕີ ວົງຄຳ ພົມມະກອນ ໄດ້ຕີລາຄາສູງການຮ່ວມມື ແລະການຊ່ວຍເຫຼືອທີ່ຕັ້ງໜ້າ ແລະມີປະສິດທິຜົນຂອງທະຫານເຂດ 4 ໃຫ້ກອງທັບປະຊາຊົນລາວ ແລະບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດຈອດກັບທະຫານເຂດ 4.
ໃນໄລຍະຜ່ານມາ, ກອງບັນຊາການທະຫານເຂດ 4 ໄດ້ຊີ້ນໍາບໍລິສັດໃຫຍ່ຮ່ວມມືເສດຖະກິດປະຕິບັດໂຄງການຊ່ວຍໃຫ້ບັນດາທ້ອງຖິ່ນຂອງລາວ ພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ ແລະຫຼຸດຜ່ອນຄວາມທຸກຍາກເປັນຢ່າງດີ, ໃນນັ້ນມີຮູບແບບປູກຕົ້ນມັນສາຄູໄດ້ນໍາມາເຊິ່ງປະສິດທິຜົນສູງ. ພໍ່ແມ່ປະຊາຊົນບັນດາທ້ອງຖິ່ນຢູ່ລຽບຕາມເສັ້ນຊາຍແດນ ລາວ-ຫວຽດນາມ ມີຄວາມປິຕິຊົມຊື່ນ ແລະຕັ້ງໜ້າປູກຕົ້ນມັນສາຄູ ແລ້ວຂາຍໃຫ້ບໍລິສັດໃຫຍ່ຮ່ວມມືເສດຖະກິດ ເພື່ອເພີ່ມລາຍຮັບ...
    |
 |
ກອງບັນຊາການທະຫານເຂດ 4 ມອບຂອງຂວັນເປັນທີ່ລະນຶກໃຫ້ແກ່ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ. ພາບ: dangcongsan.vn |
ສ່ວນສະຫາຍພົນຕີ ເຈິ່ນຫວໍຢູງ, ເລຂາພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເຂດ 4 ໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດ, ບັນດາອົງການກ່ຽວຂ້ອງ ແລະປະຊາຊົນລາວ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂ, ຊ່ວຍເຫຼືອບັນດາກົມກອງ ຂອງທະຫານເຂດ 4 ທີ່ພວມເຄື່ອນໄຫວ, ປະຕິບັດໜ້າທີ່ຢູ່ລາວ.
ສະຫາຍພົນຕີ ເຈິ່ນຫວໍຢູງ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ຄະນະພັກ, ກອງບັນຊາການທະຫານເຂດ 4 ໄດ້ຊີ້ນໍາບັນດາກົມກອງ, ທ້ອງຖິ່ນໃນບໍລິເວນ 6 ແຂວງຂອງທະຫານເຂດ 4 ສົມທົບກັນ ຢ່າງແໜ້ນແຟ້ນກັບບັນດາກົມກອງ, ທ້ອງຖິ່ນຂອງລາວ ທີ່ມີເສັ້ນຊາຍແດນຕິດຈອດກັນ ປະຕິບັດບັນດາເນື້ອໃນ ແລະໂຄງການທີ່ໄດ້ລົງນາມຢ່າງມີປະສິດທິຜົນ. ໜ້າສົນໃຈແມ່ນທະຫານເຂດ 4 ໄດ້ຊ່ວຍກອງທັບປະຊາຊົນລາວ ຈັດຕັ້ງການຝຶກອົບຮົມພະນັກງານ; ສ້າງຮູບແບບພັດທະນາເສດຖະກິດ ຢູ່ກຸ່ມບ້ານຊາຍແດນ...
ພ້ອມກັນນັ້ນ, ຄະນະປະຕິບັດງານພິເສດລັດຖະບານລາວ ແລະປະຊາຊົນລາວ ກໍ່ໄດ້ຕັ້ງໜ້າ ສົມທົບກັນ ແລະຊ່ວຍເຫຼືອກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຂອງທະຫານເຂດ 4 ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ.
ໂດຍ: ທູຈາງ