ເຮືອສະເພົາ 286-ເລກຸຍດົນ ອອກຈາກທ່າກຳປັ່ນທະຫານ ຍາຈາງ ໄປຢ້ຽມຢາມສິງກະໂປ
ກປ.ອອນໄລ - ຕອນເຊົ້າວັນທີ 4 ຕຸລາ, ເຮືອສະເພົາ 286-ເລກຸຍດົນ (ວິທະຍາຄານທະຫານເຮືອ) ພ້ອມກັບຄະນະປະຕິບັດງານນໍາໂດຍທ່ານພັນເອກພິເສດ ບຸ່ຍຢຸຍທົງ, ຮອງຫົວໜ້າການເມືອງວິທະຍາຄານທະຫານເຮືອ ໄດ້ອອກຈາກທ່າກຳປັ່ນທະຫານ ຍາຈາງ (ແຂວງແຄງຮວ່າ) ເລີ່ມຕົ້ນເດີນທາງໄປຢ້ຽມຢາມ, ພົບປະແລກປ່ຽນກັບທະຫານເຮືອສິງກະໂປ , ສົມທົບກັບການຝຶກຊ້ອມເດີນທະເລໄລຍະຍາວ.
ຕາມແຜນການແລ້ວ, ຄະນະປະຕິບັດງານຈະເຂົ້າຢ້ຽມຂໍ່ານັບການນໍາທະຫານເຮືອສິງກະໂປ; ເຂົ້າຮ່ວມກອງປະຊຸມສຳມະນາ, ພົບປະແລກປ່ຽນນາຍທະຫານໜຸ່ມ, ນັກສໍາມະນາກອນທະຫານເຮືອຂອງສອງປະເທດ; ຈັດຕັ້ງງານລ້ຽງໃນເຮືອສະເພົາ ; ແຂ່ງຂັນກິລາມິດຕະພາບກັບທະຫານເຮືອສິງກະໂປ; ໄປຢ້ຽມຢາປູຊະນີຍະສະຖານປະຫວັດສາດ, ວັດທະນະທໍາທ້ອງຖິ່ນບ່ອນທີ່ກໍາປັ່ນມາຢາມ.
    |
 |
ຄະນະປະຕິບັດງານອຳລາທ່າກໍາປັ່ນ. ພາບ: ງອກທື |
ໃນໄລຍະເດີນທາງຢູ່ທະເລ, ເຮືອສະເພົາ 286-ເລກຸຍດົນ ຈະສົມທົບກັບການຝຶກຊ້ອມເດີນທະເລໄລຍະຍາວ, ຍົກສູງຄວາມສາມາດໃນການບັນຊາ, ນໍາໃຊ້ອາວຸດຍຸດໂທປະກອນ, ແກ້ໄຂບັນດາສະຖານະການຕົວຈິງຢູ່ທະເລໃຫ້ນັກສໍາມະນາກອນ ປີສຸດທ້າຍຂອງວິທະຍາຄານທະຫານເຮືອ; ພ້ອມທັງ, ສືບສວນກຳແໜ້ນສະພາບການຕາມເສັ້ນທາງເດີນທະເລ.
    |
 |
ເຮືອສະເພົາ 286-ເລກຸຍດົນ ພ້ອມກັບຄະນະປະຕິບັດງານເດີນທາງໄປຢ້ຽມຢາມ, ພົບປະແລກປ່ຽນກັບທະຫານເຮືອສິງກະໂປ. ພາບ: ງອກທື |
    |
 |
ພະນັກງານວິທະຍາຄານທະຫານເຮືອ ສົ່ງຄະນະປະຕິບັດງານ. ພາບ: ງອກທື |
ຕາມທ່ານພົນຈັດຕະວາ ຫງວຽນວັນເລິມ, ຫົວໜ້າວິທະຍາຄານທະຫານເຮືອແລ້ວ, ນີ້ແມ່ນຄັ້ງທີ 5 ທີ່ ເຮືອສະເພົາ286-ເລກຸຍດົນ ແລະ ຄະນະປະຕິບັດງານວິທະຍາຄານທະຫານເຮືອໄປ ຢ້ຽມຢາມ, ພົບປະແລກປ່ຽນກັບທະຫານເຮືອຂອງບັນດາປະເທດໃນພາກພື້ນ, ສົມທົບກັນຝຶກແອບໄລຍະຍາວ. ໂດຍດຳເນີນໃນປີທີ່ ຫວຽດນາມ ແລະ ສິງກະໂປ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ການຢ້ຽມຢາມເພື່ອແນໃສ່ປັບປຸງ, ເພີ່ມທະວີ ການພົວພັນມິດຕະພາບ, ການຮ່ວມມື ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງກອງທັບ ແລະທະຫານເຮືອສອງປະເທດ; ຊຸກຍູ້ການພົບປະແລກປ່ຽນ, ຍົກສູງຄວາມສາມາດສົມທົບກັນໃນການຮັບມືກັບບັນດາສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງໃນການເດີນທະເລ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ.
ໂດຍ: ຈາງຫງວຽນ