ຢູ່ບັນດາສະຖານທີ່ທີ່ຄະນະມາຢ້ຽມຢາມ, ທ່ານພັນເອກພິເສດ ເລແທັງຫາຍ ໄດ້ຂອບໃຈຕໍ່ການຕ້ອນຮັບຢ່າງຮອບຄອບຖີ່ຖ້ວນ, ສົມກຽດ, ເຕັມໄປດ້ວຍໄມຕີຈິດມິດຕະພາບຂອງອໍານາດການປົກຄອງທຸກຂັ້ນເວົ້າລວມ ແລະເຂດ 5, ກໍາລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ເວົ້າສະເພາະ. ທ່ານພັນເອກພິເສດ ເລແທັງຫາຍ ເນັ້ນໜັກວ່າ ການຢ້ຽມຢາມຍີ່ປຸ່ນ ຂອງກໍາປັ່ນຕໍາຫຼວດທະເລ 8004 ແລະຄະນະຜູ້ແທນຕໍາຫຼວດທະເລຫວຽດນາມ ໃນຄັ້ງນີ້ມີຄວາມໝາຍສໍາຄັນ, ທັງແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ແທດຈິງເພື່ອສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະຍີ່ປຸ່ນ (21-9-1973 / 21-9-2023).

leftcenterrightdel
ຄະນະຜູ້ແທນຕໍາຫຼວດທະເລຫວຽດນາມ ເຂົ້າຢ້ຽມຂໍ່ານັບຜູ້ຕາງໜ້າອໍານາດການປົກຄອງນະຄອນ Kobe, ແຂວງ Hyogo (ຍີ່ປຸ່ນ). ພາບ: ແອັງເຊີນ.

ຜ່ານການຢ້ຽມຢາມ ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ລະຫວ່າງຕໍາຫຼວດທະເລຫວຽດນາມ ແລະກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ. ພ້ອມກັນນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນບົດຮຽນ, ເພີ່ມທະວີການສົມທົບກັນຮັບມືກັບສິ່ງທ້າທາຍໃນບັນຫາຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ ແລະຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານຢູ່ທະເລ. ຜ່ານນັ້ນປະກອບສ່ວນເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມື ແລະພັດທະນາລະຫວ່າງສອງກໍາລັງ.

leftcenterrightdel
ພະນັກງານ, ນັກຮົບກໍາປັ່ນຕໍາຫຼວດທະເລ 8004 ແລະພະນັກງານ, ພາລະກອນກໍາປັ່ນຂອງກໍາລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ສັງເກດຄູຝຶກແນະນໍາວຽກງານກູ້ຊີບ-ກູ້ໄພ. ພາບ: ແອັງເຊີນ.

ທີ່ການພົບປະ, ຜູ້ນໍາໜ້າແຂວງ Hyogo, ນະຄອນ Kobe ແລະເຂດ 5, ກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ ລ້ວນແຕ່ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍຄະນະຜູ້ແທນຕໍາຫຼວດທະເລຫວຽດນາມ ແລະກໍາປັ່ນຕໍາຫຼວດທະເລ 8004 ມານະຄອນກໍາປັ່ນ Kobe ເພື່ອປະຕິບັດບັນດາການເຄື່ອນໄຫວຢູ່ທີ່ນີ້; ຫວັງວ່າການຢ້ຽມຢາມຍີ່ປຸ່ນ ຄັ້ງນີ້ຂອງຕໍາຫຼວດທະເລຫວຽດນາມ ຈະປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງສອງກໍາລັງເວົ້າສະເພາະ, ເວົ້າລວມແມ່ນອໍານາດການປົກຄອງ ແລະປະຊາຊົນແຂວງ Hyogo, ນະຄອນ Kobe ກັບອໍານາດການປົກຄອງ ແລະປະຊາຊົນບັນດາທ້ອງຖິ່ນຂອງຫວຽດນາມ ກວ່າອີກ. ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງລັດຖະບານຍີ່ປຸ່ນ ແລະຫວຽດນາມ.

ກໍໃນວັນທີ 3 ຕຸລາ, ກໍາປັ່ນຕໍາຫຼວດທະເລ 8004 ໄດ້ຈັດພິທີຕ້ອນຮັບຄະນະຜູ້ແທນເຂດ 5, ກໍາລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ແລະອົງການຈັດຕັ້ງມະຫາຊົນປະເທດປະຈໍາຖິ່ນທີ່ມາຢ້ຽມຢາມກໍາປັ່ນ, ເຂົ້າຮ່ວມງານລ້ຽງ, ພ້ອມກັນນັ້ນ, ກໍາປັ່ນຕໍາຫຼວດທະເລ 8004 ກໍຈັດສົ່ງກໍາລັງໄປຢ້ຽມຢາມ, ແລກປ່ຽນວຽກງານ ກູ້ຊີບກູ້ໄພກັບນາຍທະຫານ ແລະລູກເຮືອໃນກໍາປັ່ນຂອງກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ.

ໂດຍ: ໄຊຊະນະ