ເປີດຊຸດຝຶກອົບຮົມວຽກງານປ້ອງກັນຊາຍແດນໃຫ້ແກ່ພະນັກງານກອງທັບປະຊາຊົນລາວ
ກປ.ອອນໄລ - ວັນທີ 3 ຕຸລາ, ທີ່ກອງພັນຝຶກແອບ-ເຄື່ອນທີ່, ກອງບັນຊາການທະຫານຊາຍແດນແຂວງ ເທື່ອທຽນເຫວ້ ສສ.ຫວຽດນາມ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານປ້ອງກັນຊາຍແດນໃຫ້ແກ່ພະນັກງານ, ນັກຮົບຂຶ້ນກັບກອງບັນຊາການທະຫານ ແຂວງສາລະວັນ, ປະເທດລາວ.
ໃນໄລຍະ 1 ເດືອນ, ພະນັກງານກອງທັບປະຊາຊົນລາວ ຈະໄດ້ຝຶກອົບຮົມກ່ຽວກັບເນື້ອໃນ, ຄື: ປະຫວັດສາດການພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ; ຄວາມຮັບຮູ້ລວມກ່ຽວກັບອະທິປະໄຕຜືນແຜ່ນດິນ, ຊາຍແດນແຫ່ງຊາດຈຳນວນໜຶ່ງ; ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກຫວຽດນາມ - ລາວ; ຝຶກອົບຮົມກ່ຽວກັບວຽກງານການທະຫານ, ການເມືອງ, ການສືບສວນ, ຢາເສບຕິດ, ການຮັບປະກັນພະລາທິການດ້ານເຕັກນິກ... ນອກຈາກນັ້ນ, ບັນດາພະນັກງານກອງທັບປະຊາຊົນລາວ ຍັງໄດ້ມີໂອກາດໄປທັດສະນະສຶກສາ, ພົບປະແລກປ່ຽນບົດຮຽນກັບບັນດາກົມກອງຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້; ຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດຂອງແຂວງເທື່ອທຽນເຫ້ວ.
    |
 |
ສະຫາຍພັນເອກພິເສດ ຟ້າມຕຸ່ງເລິມ, ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫ້ວ ກ່າວຄໍາເຫັນທີ່ພິທີເປີດ. ພາບ: bienphong.com.vn |
ກ່າວຄຳເຫັນທີ່ພິທີເປີດ, ສະຫາຍພັນເອກພິເສດ ຟ້າມຕຸ່ງເລິມ, ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫ້ວ ຮຽກຮ້ອງໃຫ້ຄະນະຈັດຕັ້ງ ຮັບປະກັນທຸກດ້ານໃຫ້ແກ່ຊຸດຝຶກອົບຮົມ; ບັນດານັກພະນັກງານຂອງລາວ ປະຕິບັດຕາມຂໍ້ກໍານົດຢ່າງເຂັ້ມງວດ, ຍົກສູງບົດບາດ, ຄວາມຮັບຜິດຊອບຂອງຕົນ, ຜ່ານຜ່າຄວາມຫຍຸ້ງຍາກ, ໂດຍສະເພາະແມ່ນບັນຫາດ້ານພາສາໃນການດໍາເນີນຊີວິດປະຈຳວັນ ແລະການຮ່ຳຮຽນ; ຕັ້ງໜ້າຄົ້ນຄວ້າ, ຮໍ່າຮຽນ, ກໍາແໜ້ນດ້ານວິຊາການ, ວິຊາສະເພາະໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະໜ້າທີ່ວຽກງານໃນສະພາບການໃໝ່.
    |
 |
ການນໍາກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ແລກປ່ຽນກັບບັນດາພະນັກງານກອງທັບປະຊາຊົນລາວ. ພາບ: bienphong.com.vn |
ນີ້ແມ່ນການເຄື່ອນໄຫວປະຈຳປີ ໂດຍກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ຈັດຕັ້ງ ເພື່ອແນໃສ່ຍົກສູງຄວາມຮູ້ດ້ານວິຊາການ, ວິຊາສະເພາະ ແລະບົດຮຽນປະສົບການໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນໃຫ້ປະເທດເພື່ອນ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ; ປັບປຸງ, ເພີ່ມທະວີນໍ້າໃຈສາມັກຄີມິດຕະພາບ ລະຫວ່າງສອງປະເທດ, ສອງແຂວງ, ໂດຍສະເພາະແມ່ນກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ແລະກອງບັນຊາການທະຫານແຂວງສາລະວັນ.
ໂດຍ: ທູຈາງ