leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄຳເຫັນຊີ້ນໍາທີ່ກອງປະຊຸມຄະນະພັກການທະຫານສູນກາງ. ພາບ: ຟ້າມກຽນ

ກ່າວຄຳເຫັນສະຫຼຸບທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ໄດ້ຮັບຮູ້ ແລະຕີລາຄາສູງຄວາມຮັບຜິດຊອບຂອງອົງການປະຈຳການ, ໜ່ວຍບັນນາທິການ ໃນໄລຍະຜ່ານມາໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຊາບຊຶມ, ປະຕິບັດກົດລະບຽບການເຮັດວຽກ, ການແນະນໍາຂອງຄະນະປະຈໍາຄະນະພັກການທະຫານສູນກາງ, ແຜນການຂອງກະຊວງປ້ອງກັນປະເທດກ່ຽວກັບປະເມີນຜົນ 5 ປີແຫ່ງການປະຕິບັດມະຕິເລກທີ 24-NQ/TW ຂອງກົມການເມືອງ ກ່ຽວກັບຍຸດທະສາດປ້ອງກັນຊາດຫວຽດນາມ ຢ່າງເຂັ້ມງວດ; 5 ປີແຫ່ງການປະຕິບັດຂໍ້ສະຫຼຸບເລກທີ 31-KL/TW ຂອງກົມການເມືອງກ່ຽວກັບຍຸດທະສາດການທະຫານຫວຽດນາມ ຮັບປະກັນຄວາມເຂັ້ມງວດ, ທັນການ ແລະມີປະສິດທິຜົນ. ທ່ານພົນເອກ ຟານວັນຢາງ ມອບໃຫ້ອົງການປະຈຳການ ຊີ້ນຳການຮັບເອົາຄຳເຫັນຂອງຄະນະພັກການທະຫານສູນກາງທີ່ກອງປະຊຸມ, ຮີບເຮັ່ງປັບປຸງສໍາເນົາເອກະສານ; ສົມທົບກັນປະຕິບັດວຽກງານກະກຽມຮັບໃຊ້ກອງປະຊຸມພະນັກງານຫຼັກແຫຼ່ງທົ່ວກອງທັບ; ສັງລວມເນື້ອໃນ, ປັບປຸງເອກະສານໃຫ້ສຳເລັດ ແລະລາຍງານຕໍ່ສູນກາງໃຫ້ທັນເວລາ.

leftcenterrightdel
 ບັນຍາກາດທີ່ກອງປະຊຸມຄະນະພັກການທະຫານສູນກາງ ຄັ້ງທີ 7. ພາບ: ຟ້າມກຽນ

ທ່ານພົນເອກ ຟານວັນຢາງ ແຈ້ງໂດຍສັງເຂບກ່ຽວກັບໝາກຜົນການປະຕິບັັດວຽກງານການທະຫານ, ການປ້ອງກັນຊາດໃນໄລຍະຜ່ານມາ; ພ້ອມທັງຮຽກຮ້ອງບັນດາສະຫາຍກໍາມະການຄະນະພັກການທະຫານສູນກາງ ກໍາແໜ້ນສະພາບການເປັນປະຈຳ, ສຸມໃສ່ຊີ້ນຳນໍາພາການສົມທົບກັບບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນໃນການປະຕິບັດເປົ້າໝາຍກ່ຽວກັບການກໍ່ສ້າງ, ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ສຳເລັດໂຄງການ, ແຜນການປີ 2023 ເປັນຢ່າງດີ.

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ກອງປະຊຸມສູນກາງ ຄັ້ງທີ 8, ຊຸດທີ XIII ໄດ້ສຸມໃສ່ສະຫຼຸບຫຼາຍມະຕິສຳຄັນ ແລະສ້າງຕັ້ງອະນຸກໍາມະການກະກຽມໃຫ້ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ. ເພື່ອປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມ, ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ບັນດາສະຫາຍກໍາມະການຄະນະພັກການທະຫານສູນກາງ ເຊີດຊູຈິດໃຈຮັບຜິດຊອບ, ຕັ້ງໜ້າຄົ້ນຄວ້າ, ເສີມຂະຫຍາຍຈິນຕະນາການຍຸດທະສາດໃນການເຂົ້າຮ່ວມກໍ່ສ້າງບັນດາແຜນນະໂຍບາຍຂອງພັກ; ພ້ອມທັງ, ສົມທົບກັບຄະນະພັກ, ຜູ້ບັນຊາການທຸກຂັ້ນສຸມໃສ່ຊີ້ນຳນໍາພາທົ່ວກອງທັບ ປະຕິບັດສຳເລັດໜ້າທີ່, ເປົ້າໝາຍປີ 2023.

ໂດຍ: ເຈິ່ນຮວ່ຽນ