ວັນທີ 1 ຕຸລາ 2018, ໂຮງໝໍສະໜາມຂັ້ນ 2 ເລກ 1 ລວມມີສະມາຊິກ 63 ຄົນ ໄດ້ອອກເດີນທາງໄປ ຊູດັງໃຕ້, ສ້າງຂີດໝາຍບາດກ້າວທຳອິດຂອງກຳລັງແພດທະຫານໝວກເບເລສີຟ້າ ຫວຽດນາມ ທີ່ປະກອບສ່ວນເຂົ້າໃນພາລະກໍາສາກົນອັນສູງສົ່ງຢ່າງເປັນທາງການ.

leftcenterrightdel
ການນໍາ ແລະອະດີດການນໍາຂອງກົມຮັກສາສັນຕິພາບຫວຽດນາມ ແລະໂຮງໝໍກອງທັບ175 ເຂົ້າຮ່ວມພິທີ. ພາບ: qdnd.vn

ນີ້ກໍ່ແມ່ນກົມກອງທໍາອິດຂອງຫວຽດນາມ ເຂົ້າຮ່ວມໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດ. ສະນັ້ນ, ວັນທີ 1 ຕຸລາກ່ອນນີ້ 5 ປີ ໄດ້ເປັນຂີດໝາຍປະຫວັດສາດທີ່ສຳຄັນໃນໄລຍະທາງເຂົ້າຮ່ວມພາລະກໍາຮັກສາສັນຕິພາບສະຫະປະຊາຊາດຂອງຫວຽດນາມ. ກ່ອນການພົບປະ, ການນຳ ແລະພະນັກງານຂອງໂຮງໝໍສະໜາມສອງກອງ ໄດ້ເຂົ້າຮ່ວມພິທີຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ເພື່ອສະແດງຄວາມຮູ້ບຸນຄຸນ ແລະລາຍງານໝາກຜົນແຫ່ງການປະຕິບັດໜ້າທີ່ຕໍ່ລຸງໂຮ່.

leftcenterrightdel
ບັນດາຜູ້ແທນ ແລະສະມາຊິກໂຮງໝໍສະໜາມຂັ້ນ 2 ເລກ 1 ແລະ ໂຮງໝໍສະໜາມຂັ້ນ 2 ເລກ 3 ຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ເນື່ອງໃນໂອກາດສະເຫຼີມສະຫຼອງທີ່ມີຄວາມໝາຍນີ້, ນັກຖ່າຍຮູບ ຫງວຽນອ໊າ ໄດ້ຈັດຕັ້ງງານວາງສະແດງຮູບຖ່າຍ 60 ກວ່າແຜ່ນກ່ຽວກັບການເຄື່ອນໄຫວຂອງບັນດາກົມກອງໂຮງໝໍສະໜາມຂັ້ນ 2 ຂອງຫວຽດນາມ.

leftcenterrightdel
ງານວາງສະແດງຮູບຖ່າຍຂອງນັກຖ່າຍຮູບ ຫງວຽນອ໊າ ຢູ່ນອກການພົບປະສັງສັນ.  ພາບ: qdnd.vn

ມາຮອດປັດຈຸບັນ, ໂຮງໝໍກອງທັບ 175 ໄດ້ເຂົ້າຮ່ວມການຝຶກແອບ ແລະຜັນຂະຫຍາຍ 3 ກອງແມ່ນ: ໂຮງໝໍສະໜາມຂັ້ນ 2 ເລກ 1, ເລກ 3 ແລະ ເລກ   5.

ກ່າວຄຳເຫັນທີ່ການພົບປະສັງສັນສະເຫຼີມສະຫຼອງ 5 ປີແຫ່ງວັນອອກເດີທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຄັ້ງທຳອິດ, ທ່ານພົນຈັດຕະວາ ເຈິ່ນກວກຫວຽດ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໄດ້ສະແດງຄວາມເອກອ້າງທະນົງໃຈ ແລະສະເທືອນໃຈເມື່ອຫວນຄືນຂີດໝາຍສຳຄັນນີ້. ໂດຍແມ່ນຜູ້ໃກ້ຊິດ ແລະຮ່ວມເດີນທາງພ້ອມກັບໂຮງໝໍສະໜາມຂັ້ນ 2 ເລກ 1 ໃນຊຸມມື້ທຳອິດທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກຢູ່ຊູດັງໃຕ້, ທ່ານພົນຈັດຕະວາ ເຈິ່ນກວກຫວຽດ ໄດ້ແບ່ງປັນອະນຸສອນໃນຊ່ວງໄລຍະທຳອິດທີ່ມີໜ້າຢູ່ Bentiu, ເພື່ອຊີ້ນຳ ແລະລະດົມກໍາລັງໃຈພະນັກງານນັກຮົບໂຮງໝໍສະໜາມຂັ້ນ 2 ເລກ 1 ຜ່ານຜ່າຄວາມຫຍຸ້ງຍາກ ແລະການທົດສອບໃນເບື້ອງຕົ້ນ, ແນໃສ່ຮັບປະກັນໃຫ້ການດຳລົງຊີວິດ ກໍ່ຄືການປະຕິບັດໜ້າທີ່ເປັນປົກກະຕິໂດຍໄວ.

leftcenterrightdel
ບັນດານັກຮົບທະຫານໝວກເບເລສີຟ້າຫວຽດນາມກອງທຳອິດມີໜ້າ ຢູ່ຊູດັງໃຕ້. ພາບເອກະສານ

ໂດຍ: ທະນາພອນ