ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ  ຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທຳແຂວງ ຖາຍງວຽນ
    
    
    
        
            
ກປ.ອອນໄລ - ໂດຍສືບຕໍ່ລາຍການຝຶກອົບຮົມວຽກງານສື່ມວນຊົນຢູ່ຫວຽດນາມ, ຕອນເຊົ້າວັນທີ 30 ກັນຍາ, ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດ ATK ດິ້ງຫວາ (ແຂວງຖາຍຫງວຽນ); ໄປຢ້ຽມຢາມປູຊະນີຍະສະຖານປະຫວັດສາດຈຳນວນໜຶ່ງ ແລະຊອກຮູ້ມູນເຊື້ອຂອງກອງທັບປະຊາຊົນຫວຽດນາມ.
        
        
        
            
	ສະຖານທີ່ແຫ່ງທຳອິດຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດ ATK ດິ້ງຫວາ ທີ່ຄະນະມາຢ້ຽມຢາມແມ່ນປູຊະນີຍະສະຖານ ຕິ້ນແກ້ວ ຢູ່ຕາແສງ ຝູດິ່ງ, ເມືອງດິ້ງຫວາ, ແຂວງ ຖາຍງວຽນ - ບ່ອນທີ່ປະທານ ໂຮ່ຈີມິນ ເຄີຍດຳລົງຊີວິດ ແລະເຮັດວຽກໃນຊຸມປີ 1947-1954. ກໍ່ຢູ່ທີ່ປູຊະນີຍະສະຖານ ຕິ້ນແກ້ວ, ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ໄດ້ຮັບຟັງຜູ້ນຳທ່ຽວເລົ່າບັນດາຂີດໝາຍປະຫວັດສາດທີ່ກ່ຽວຂ້ອງທີ່ຕິດພັນກັບວັດຖຸພັນທີ່ວາງສະແດງຢູ່ຫໍພິພິທະພັນ ATK ດິ່ງຫວາ.
	ຜ່ານການຢ້ຽມຢາມ, ຊອກຮູ້ສະພາບຕົວຈິງຢູ່ເຂດປູຊະນີຍະສະຖານປະຫວັດສາດແຂວງ ຖາຍງວຽນ, ສະຫາຍ ພັນໂທ ສອນໄຟ ຈັນທະວົງສີ, ຮອງຫົວໜ້າພະແນກຕາໜ່າງຂ່າວ ແລະເພື່ອນຮ່ວມງານ, ໜັງສືພິມກອງທັບປະຊາຊົນລາວ ໃຫ້ຮູ້ວ່າ: "ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ພວກຂ້າພະເຈົ້າສະແດງຄວາມເຄົາລົບ ແລະຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ ແລະ ປະທານ ສຸພານຸວົງ - ຜູ້ທີ່ສ້າງພື້ນຖານໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ". ພ້ອມທັງ, ຢືນຢັນຈະປະຕິບັດຕາມແບບຢ່າງ, ຮໍ່າຮຽນສືບທອດລຸ້ນພໍ່ລຸ້ນອ້າຍ, ມາຍະພະຍາຍາມເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບລະຫວ່າງສອງປະເທດ ແລະສອງກອງທັບໃຫ້ນັບມື້ນັບພັດທະນາຢ່າງໝັ້ນຄົງ.
	ໃນຂອບເຂດລາຍການ, ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ໄດ້ໄປຢ້ຽມຢາມໜອງນູຍກົກ - ເຂດທີ່ໄດ້ຮັບຂະໜານນາມວ່າ “ອ່າວຮ່າລອງບົກ” ຂອງຖາຍງວຽນ.
	ຂ້າງລຸ່ມນີ້ແມ່ນບາງຮູບພາບຂອງຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທຳຂອງແຂວງ ຖາຍຫງວຽນ:
	
		
			|     | 
		
			|  | 
		
			| ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ຖ່າຍຮູບເປັນທີ່ລະນຶກຢູ່ຕູບ ຕິ້ນແກວ. ພາບ: qdnd.vn | 
	
	
		
			|     | 
		
			|  | 
		
			| ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ຊອກຮູ້ກ່ຽວກັບປູຊະນີຍະສະຖານ. ພາບ: qdnd.vn | 
	
	
		
			|     | 
		
			|  | 
		
			| ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກຢູ່ທີ່ຫໍສິລາຈາລຶກໃນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດໂນນ ຟອງເຕືອງ. ພາບ: qdnd.vn | 
	
	
		
			|     | 
		
			|  | 
		
			| ຄະນະຜູ້ແທນໄປຢ້ຽມຢາມເກາະ ນູຍກາຍ. ພາບ: qdnd.vn | 
	
	ໂດຍ: ຈາງຫງວຽນ