leftcenterrightdel
ການແລກປ່ຽນບົດຮຽນໄດ້ແບ່ງຕາມບັນດາເນື້ອໃນປຶກສາຫາລືທີ່ແຕກຕ່າງກັນ. ພາບ: qdnd.vn

ນີ້ແມ່ນການແລກປ່ຽນບົດຮຽນຄັ້ງທີ 4 ກ່ຽວກັບ WPS ໂດຍກົມຮັກສາສັນຕິພາບຫວຽດນາມ ແລະຫ້ອງການທີ່ປຶກສາທູດປ້ອງກັນຊາດ, ສະຖານທູດອົດສະຕາລີ ປະຈໍາ ຫວຽດນາມ ສົມທົບກັນຈັດຕັ້ງ, ໂດຍສຸມໃສ່ເຂົ້າ 4 ເນື້ອໃນຫຼັກ: ບົດບາດຂອງເພດຊາຍໃນການຊຸກຍູ້ WPS ກໍຄື ສົ່ງເສີມການເຂົ້າຮ່ວມຂອງພາລະກອນຮັກສາສັນຕິພາບຍິງຢູ່ຄະນະປະຕິບັດງານຢ່າງມີປະສິດທິຜົນ; ສະພາບການຕົວຈິງ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະຄວາມຄິດຕາຍຕົວກ່ຽວກັບເພດ ເຊິ່ງແມ່ຍິງພວມປະເຊີນໜ້າໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ; ເຮັດແນວໃດເພື່ອໃຫ້ເພດຊາຍມີການສົມທົບຢ່າງແໜ້ນແຟ້ນກັບເພດຍິງ, ທັງຢູ່ໃນຂັ້ນນະໂຍບາຍ ແລະຂັ້ນການປະຕິບັດ (ຢູ່ບັນດາຄະນະປະຕິບັດງານ) ເພື່ອແນໃສ່ເສີມຂະຫຍາຍຄວາມສາມາດ ແລະການປະກອບສ່ວນຂອງພາລະກອນຮັກສາສັນຕິພາບ ສປຊ ເພດຍິງໃຫ້ໄດ້ຢ່າງສຸດຂີດ; ບົດຮຽນທີ່ຖອດຖອນມາໄດ້ຈາກວິວັດການປະຕິບັດໂຄງການດໍາເນີນງານ WPS. 

leftcenterrightdel
ການແລກປ່ຽນບົດຮຽນ ໄດ້ດໍາເນີນຕາມຮູບແບບເຊິ່ງໜ້າ ແລະທາງໄກ. ພາບ: qdnd.vn

ການແລກປ່ຽນມີການເຂົ້າຮ່ວມປະກອບຄໍາເຫັນໂດຍກົງຂອງພະນັກງານ, ນາຍທະຫານຫວຽດນາມ ທີ່ມີປະສົບການຜັນຂະຫຍາຍຢູ່ບໍລິເວນຕ່າງໆຂອງຄະນະປະຕິບັດງານພ້ອມກັນແບ່ງປັນທາງໄກຈາກສະຖານທີ່ເຊື່ອມຕໍ່ຂອງບັນດາຜູ້ຕາງໜ້າຂຶ້ນກັບສູນຝຶກແອບການຮັກສາສັນຕິພາບອົດສະຕາລີ, ຕໍາຫຼວດສະຫະພັນອົດສະຕາລີ ແລະບັນດານາຍທະຫານອົດສະຕາລີ ທີ່ພວມປະຕິບັດໜ້າທີ່ຢູ່ບັນດາຄະນະປະຕິບັດງານ.

ໂດຍ: ໄຊຊະນະ