ທະຫານເຂດ 9 ຝຶກອົບຮົມນາຍທະຫານຂອງກອງທັບລາດຊະວົງກຳປູເຈຍ
ກປ.ອອນໄລ - ຕອນເຊົ້າວັນທີ 28 ກັນຍາ, ຢູ່ແຂວງ ຊອກຈັງ ສສ. ຫວຽດນາມ, ກອງບັນຊາການທະຫານເຂດ 9 ໄດ້ຈັດພິທີເປີດຊຸດຝຶກອົບຮົມໃຫ້ນາຍທະຫານຂຶ້ນກັບກອງບັນຊາການທະຫານພິທັກຮັກສາ (ກອງທັບລາດຊະວົງກຳປູເຈຍ) ປີ 2023.
ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ພິທີເປີດ ມີທ່ານພັນເອກພິເສດ ຈຽມຖົງເຍິດ, ຮອງຫົວໜ້າກອງບັນຊາການ, ຫົວໜ້າເສນາທິການທະຫານເຂດ 9; ທ່ານພົນເອກ Dieng Sa Run, ຮອງຫົວໜ້າເສນາທິການກອງທະຫານປະສົມ, ທັງເປັນຮອງຫົວໜ້າກອງບັນຊາການທະຫານພິທັກຮັກສາ (ກອງທັບລາດຊະວົງກຳປູເຈຍ).
    |
 |
ທ່ານພັນເອກພິເສດ ຈຽມຖົງເຍິດ, ຮອງຫົວໜ້າກອງບັນຊາການ, ຫົວໜ້າເສນາທິການທະຫານເຂດ 9 ກ່າວຄຳເຫັນເປີດຊຸດຝຶກອົບຮົມ. ພາບ: qdnd.vn |
ໃນໄລຍະ 3 ເດືອນ, ນັກສໍາມະນາກອນ 100 ຄົນເປັນນາຍທະຫານຂອງກອງທັບລາດຊະວົງກຳປູເຈຍ ຈະໄດ້ຮຽນບາງເນື້ອໃນກ່ຽວກັບຂະແໜງທະຫານພິເສດ, ບາງວິຊາການກ່ຽວກັບການທະຫານທົ່ວໄປ...
ກ່າວຄຳເຫັນທີ່ພິທີເປີດ, ທ່ານພັນເອກພິເສດ ຈຽມຖົງເຍິດ ແລະທ່ານພົນເອກ Dieng Sa Run ໃຫ້ຮູ້ວ່າ: ການຮ່ວມມືດ້ານການທະຫານລະຫວ່າງສອງປະເທດ ຫວຽດນາມ - ກໍາປູເຈຍ ມີຄວາມໝາຍສໍາຄັນທີ່ສຸດໃນການພົວພັນສາກົນ; ການຝຶກອົບຮົມໃຫ້ນາຍທະຫານຂອງກອງບັນຊາການທະຫານພິທັກຮັກສາແມ່ນການເຄື່ອນໄຫວທີ່ແທດຈິງ, ເພື່ອແນໃສ່ຮັກສາ ແລະເສີມຂະຫຍາຍມູນເຊື້ອອັນດີງາມຂອງການພົວພັນສາມັກຄີ, ມິດຕະພາບ, ຄວາມສະເໝີພາບ ແລະຄວາມເຄົາລົບນັບຖືເຊິ່ງກັນ ແລະກັນລະຫວ່າງສອງປະເທດ ຫວຽດນາມ - ກໍາປູເຈຍ ເວົ້າລວມ, ລະຫວ່າງທະຫານເຂດ 9 - ກອງທັບປະຊາຊົນຫວຽດນາມ ແລະກອງບັນຊາການທະຫານພິທັກຮັກສາ - ກອງທັບລາດຊະວົງກຳປູເຈຍ ເວົ້າສະເພາະ.
    |
 |
ບັນດາຜູ້ແທນເຂົ້າຮ່ວມພິທີເປີດຊຸດຟຶກອົບຮົມ. ພາບ: qdnd.vn |
ເພື່ອໃຫ້ຊຸດຝຶກອົບຮົມໄດ້ຮັບການຈັດຕັ້ງໄປດ້ວຍດີ, ໃນໄລຍະຜ່ານມາ, ໂຮງຮຽນທະຫານເຂດ 9 ໄດ້ເຮັດວຽກງານກະກຽມ, ຮັບປະກັນບ່ອນກິນຢູ່ພັກເຊົາ, ບ່ອນດຳລົງຊີວິດ ແລະບ່ອນຮຽນ; ຖັນແຖວພະນັກງານຄຸ້ມຄອງ, ຄູອາຈານສອນ, ນາຍແປພາສາໄດ້ສ້າງແຜນການຮໍ່າຮຽນ, ຝຶກແອບຢ່າງຮັດກຸມ, ສອດຄ່ອງກັບພຶດຕິກໍາຕົວຈິງຂອງປະເທດເພື່ອນ...
ໂດຍ: ຈາງຫງວຽນ