ທ່ານພົນໂທ ຟຸ່ງສີເຕິ້ນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຊີ້ນໍາ CEPPP-2023  ເຂົ້າຮ່ວມ ແລະເປັນປະທານການສັງເກດ.

leftcenterrightdel
ພົນໂທ ຟຸ່ງສີເຕິ້ນ ເປັນປະທານສັງເກດການປະສານສົມທົບຮ່ວມກັນ. ພາບ: qdnd.vn

ບັນດາກໍາລັງເຂົ້າຮ່ວມການຝຶກແອບ ໄດ້ສະແດງຄວາມສາມາດໃນການຮັບມືກັບສະພາວະການພົ້ນເດັ່ນ ນັ້ນແມ່ນບັນດາພາລະກອນ ສປຊ ຂຶ້ນກັບກອງຊ່າງແສງ ພວມປະຕິບັດງານແຕ່ບັງເອີນສໍາຜັດກັບວັດຖຸລະເບີດທີ່ຕົກຄ້າງຫຼັງສົງຄາມ ແລະຖືກບາດເຈັບ. ໃນນັ້ນມີຜູ້ປະສົບເຄາະຮ້າຍຜູ້ໜຶ່ງຖືກບາດເຈັບໜັກ ຕ້ອງຂົນສົ່ງພະຍາບານສຸກເສີນທາງອາກາດດ້ວຍເຮລີກອບເຕີ, ບັນດານັກສໍາມະນາກອນ ໄດ້ປະຕິບັດການຫັດແອບຕົວຈິງດ້ວຍການປະສານສົມທົບລະຫວ່າງສາມພາກສ່ວນແມ່ນນັກສັງເກດການທະຫານ-ທະຫານຊາງແສງ-ເສນາຮັກ. ໃນວິວັດການແກ້ໄຂສະພາວະການສຸກເສີນນີ້, 3 ກໍາລັງລ້ວນແຕ່ຕ້ອງປະຕິບັດຕາມຂໍ້ກໍານົດຂອງ ສປຂ ກ່ຽວກັບການແກ້ໄຂສະຖານທີ່ເກີດເຫດ, ປະຖົມພະຍາບານ, ແບ່ງປະເພດບາດຈັບ, ຂົນສົ່ງຜູ້ຖືກເຄາະຮ້າຍ, ລາຍງານຕໍ່ອົງການຂັ້ນເທິງ ກໍຄື ອົງການຄະນະປະຕິບັດງານ...

leftcenterrightdel
ການຂົນສົ່ງພະຍາບານສຸກເສີນຄົນເຈັບດ້ວຍທາງອາກາດ. ພາບ: qdnd.vn

ຕີລາຄາໝາກຜົນການສັງເກດ, ທ່ານພົນໂທ ຟຸ່ງສີເຕິ້ນ ຢັ້ງຢືນວ່າແຜນການຝຶກແອບແມ່ນຕິດແທດກັບສະພາບຕົວຈິງ, ພ້ອມກັບລະບົບສະໜາມຝຶກຊ້ອມ, ພາຫະນະວັດຖຸອຸປະກອນສອດຄ່ອງ ຈະອຳນວຍໃຫ້ວຽກງານກະກຽມບັນດາກໍາລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ໃກ້ຈະມາເຖິງຂອງຫວຽດນາມ. ແຜນການໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງບັນດາບົດຮຽນກ່ຽວກັບການຝຶກແອບ ແລະກະກຽມກໍາລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງຫວຽດນາມ ກໍຄື ບົດຮຽນທີ່ດີຈາກບັນດາປະເທດ ADMM+. 

ໂດຍ: ໄຊຊະນະ