ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ເຊັນຂໍ້ຕົກລົງສະບັບເລກທີ 485/QĐ-TTg ວ່າດ້ວຍເລື່ອງທ່ານພົນຕີ ຫວູວັນຄາ, ຮັກສາການຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ໄດ້ພັກບຳນານ. ຕາມຂໍ້ຕົກລົງສະບັບເລກທີ 529/QĐ-TTg, ທ່ານນາຍົກລັດຖະມົນຕີ ແຕ່ງຕັ້ງທ່ານພົນຕີ ຫງວຽນວັນຮ່ຽນ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ດຳລົງຕໍາແໜ່ງເປັນຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ເປັນປະທານກອງປະຊຸມມອບໜ້າທີ່ຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ. ພາບ: ເຊີນບິ່ງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຍູ້ແຮງວິວັດການຫັນເປັນທັນສະໄໝ, ປັບປຸງການຈັດຕັ້ງກຳລັງ; ກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດເວົ້າລວມ, ປົກປັກຮັກສາອະທິປະໄຕເຂດນ່ານຟ້າ, ທະເລ, ໝູ່ເກາະເວົ້າສະເພາະພວມວາງອອກບັນດາໜ້າທີ່ໜັກໜ່ວງທີ່ສຸດ. ເພາະສະນັ້ນ, ຄະນະພັກ, ກອງບັນຊາການປ້ອງກັນອາກາດ-ທະຫານອາກາດ ຕ້ອງເປັນເຈົ້າການຄົ້ນຄວ້າ, ກຳແໜ້ນ, ຄາດຄະເນສະພາບການຢ່າງຖືກຕ້ອງ; ເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດກ່ຽວກັບວິທີການ, ແຜນນະໂຍບາຍຮັບມື, ນໍາໃຊ້ກຳລັງປ້ອງກັນອາກາດ-ທະຫານອາກາດ ເຂົ້າຮ່ວມການປົກປັກຮັກສາອະທິປະໄຕແຫ່ງຊາດ. ຍູ້ແຮງວຽກງານຄົ້ນຄວ້າວິທະຍາສາດ, ໝູນໃຊ້ຜົນງານຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4 ເຂົ້າໃນການຝຶກແອບ, ຄົ້ນຄວ້າ, ຜະລິດອາວຸດຍຸດໂທປະກອນເຕັກນິກໃຫ້ເໝາະສົມກັບໜ້າທີ່, ຮູບການສູ້ຮົບ, ວິທີການຕີຂອງກຳລັງປ້ອງກັນ ອາກາດ-ທະຫານອາກາດ. ເບິ່ງແຍງດູແລ ສ້າງອົງຄະນະພັກເຫຼົ່າທັບໃຫ້ປອດໃສ່, ໝັ້ນຄົງເຂັ້ມແຂງ; ສ້າງອົງການ, ກົມກອງ ໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”; ວາງອອກບັນດາມາດຕະການຫັນວຽກງານກໍ່ສ້າງກຳລັງຫຼວງ, ຝຶກແອບ ແລະຮັບປະກັນຄວາມປອດໄພການເຄື່ອນໄຫວທຸກຢ່າງໃຫ້ມີເນື້ອແທ້, ໝັ້ນຄົງ...

leftcenterrightdel
ທ່ານພົນເອກ ຟານວັນຢາງ ເປັນສັກຂີພິຍານພິທີເຊັນບົດບັນທຶກມອບ-ຮັບຕຳແໜ່ງຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ. ພາບ: ເຊີນບິ່ງ.

ທີ່ກອງປະຊຸມ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານພົນເອກ ຟານວັນຢາງ, ພົນຕີ ຫວູວັນຄາ ແລະພົນຕີ ຫງວຽນວັນຮ່ຽນ ໄດ້ເຊັນບົດບັນທຶກມອບ-ຮັບຕຳແໜ່ງຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ.

ໂດຍ: ແສງເດືອນ