ຫຼາຍກິດຈະກຳທີ່ແທດຈິງ ແລະມີຄວາມໝາຍໃນລາຍການ “ໄວໜຸ່ມກັບທະເລ, ໝູ່ເກາະບ້ານເກີດເມືອງນອນ”
ກປ.ອອນໄລ - ໂດຍປະຕິບັດຕາມການຊີ້ນໍາຂອງກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ແລະສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ, ຕອນຄ່ຳວັນທີ 30 ພຶດສະພາ, ຢູ່ຕາແສງ ບາວນິງ (ນະຄອນ ດົ່ງເຮີຍ, ແຂວງ ກວາງບິ່ງ), ຄະນະຊາວໜຸ່ມກອງທັບ, ຫ້ອງການເມືອງທະຫານເຂດ 4, ກອງບັນຊາການທະຫານແຂວງກວາງບິ່ງ, ກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ, ຄະນະຊາວໜຸ່ມແຂວງກວາງບິ່ງ, ຄະນະກໍາມະການປະຊາຊົນນະຄອນດົ່ງເຮີຍ ສົມທົບກັນຈັດຕັ້ງລາຍການ “ໄວໜຸ່ມກັບທະເລ, ໝູ່ເກາະບ້ານເກີດເມືອງນອນ” ແລະປຸກລະດົມຂະບວນການຊາວໜຸ່ມອາສາສະໝັກລະດູຮ້ອນ ປີ 2023.
ນີ້ແມ່ນການເຄື່ອນໄຫວທີ່ພົ້ນເດັ່ນໃນລະບົບລາຍການ “ສາຍຈິດມິດໃຈຢູ່ຊາຍແດນ, ທະເລໝູ່ເກາະ” ປະຈຳປີໂດຍກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ຊີ້ນຳຄະນະຊາວໜຸ່ມກອງທັບ ສົມທົບກັບບັນດາອົງການການເມືອງກົມກອງຕ່າງໆໃນກອງທັບ ແລະບັນດາທ້ອງຖິ່ນໃນທົ່ວປະເທດຈັດຕັ້ງ.
    |
 |
ຜູ້ແທນເຂົ້າຮ່ວມລາຍການປຸກລະດົມຂະບວນການຊາວໜຸ່ມອາສາສະໝັກລະດູຮ້ອນປີ 2023. ພາບ: qdnd.vn |
ທີ່ລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນໃຫ້ນັກຮົບເກົ່າ 15 ຄົນຂອງກອງກຳປັ່ນບໍ່ມີໝາຍເລກ; 25 ຄອບຄົວພະນັກງານ, ນັກຮົບທີ່ປະຕິບັດໜ້າທີ່ຢູ່ໝູ່ເກາະ ເຈື່ອງຊາ, ກຳລັງກວດກາການປະມົງ, ຕໍາຫຼວດທະເລທີ່ປະສົບກັບຄວາມຫຍຸ້ງຍາກ…
ດ້ວຍຫຼາຍກິດຈະກຳເຄື່ອນໄຫວທີ່ແທດຈິງ, ມີຄວາມໝາຍ, ໂຄງການໄດ້ປະກອບສ່ວນໂຄສະນາແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ແຜ່ຂະຫຍາຍຈິດໃຈຮັກແພງຊ່ວຍເຫຼືອກັນໃນຊຸມຊົນ. ຜ່ານນັ້ນ, ປຸກລຸກມູນເຊື້ອຮັກຊາດ, ຄວາມເອກອ້າງທະນົງໃຈ, ຄວາມເຄົາລົບນັບຖືຕໍ່ຊາດ, ຈິດໃຈປະດິດຄິດສ້າງ, ອຸທິດສ່ວນຂອງໄວໜຸ່ມກອງທັບ ແລະພະນັກງານສະມາຊິກຊາວໜຸ່ມໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.
ໂດຍ: ຈາງຫງວຽນ