ຕາມນັ້ນແລ້ວ, ກອງບັນຊາການທະຫານແຂວງເຊີນລາ ໄດ້ມອບຕູ້ປືນທະຫານຮາບ ຈໍານວນ10 ໜ່ວຍ ແລະຮັບສ້ອມແປງລົດໂອໂຕ 2 ຄັນ ຊ່ວຍກອງບັນຊາການທະຫານແຂວງຫົວພັນ.

ກ່າວຄໍາເຫັນທີ່ພິທີມອບຮັບ, ທ່ານພັນເອກ ພູທິດ ແສນເພັງ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງຫົວພັນ ໄດ້ຕາງໜ້າຄະນະ ກ່າວສະແດງຄວາມຂອບໃຈອັນເລິກເຊິ່ງມາຍັງກອງບັນຊາການທະຫານແຂວງເຊີນລາ ທີ່ຍາມໃດກໍເອົາໃຈໃສ່, ສະໜັບສະໜູນ ແລະສະໜອງການໜູນຊ່ວຍໃຫ້ແກ່ກອງບັນຊາການທະຫານແຂວງຫົວພັນ, ທ່ານພັນເອກ ພູທິດ ແສນເພັງ ໃຫ້ຮູ້ວ່າ ຈະນໍາໃຊ້ວັດຖຸອຸປະກອນດັ່ງກ່າວເຂົ້າໃນວຽກງານຮັກສາອາວຸດຍຸດໂທປະກອນ ແລະກຽມພ້ອມສູ້ຮົບໃຫ້ເກີດປະໂຫຍດສູງສຸດ.

leftcenterrightdel
ພະນັກງານເຕັກນິກຂອງກອງບັນຊາການທະຫານແຂວງເຊີນລາ ແລະກອງບັນຊາການທະຫານແຂວງຫົວພັນ ປະຕິບັດພິທີມອບຮັບ ແລະຮັບສ້ອມແປງພາຫະນະການທະຫານ. ພາບ: qdnd.vn

ທ່ານພັນເອກພິເສດ ບຸ່ຍວັນເຊີນ ຮອງຫົວໜ້າການທະຫານກອງບັນຊາການທະຫານແຂວງເຊີນລາ ເນັ້ນໜັກວ່າການຮ່ວມມືດ້ານປ້ອງກັນຊາດລະຫວ່າງກອງບັນຊາການທະຫານແຂວງເຊີນລາ ແລະກອງບັນຊາການທະຫານແຂວງຫົວພັນ ໃນຊຸມປີຜ່ານມາ ສືບຕໍ່ໄດ້ຮັບການພັດທະນາ, ນັບມື້ນັບແທດຈິງ ແລະເຂົ້າສູ່ລວງເລິກ, ເລື່ອງກອງບັນຊາການທະຫານແຂວງເຊີນລາ ໃຫ້ການໜູນຊ່ວຍ, ຊ່ວຍເຫຼືອສ້ອມແປງວັດຖຸອຸປະກອນຕ່າງໆຈະຊ່ວຍໃຫ້ກອງບັນຊາການທະຫານແຂວງຫົວພັນ ເພີ່ມທະວີປະສິດທິພາບວຽກງານເຕັກນິກ ແລະກຽມພ້ອມສູ້ຮົບໃນໄລຍະຈະມາເຖິງ. ນອກຈາກນີ້, ການເຄື່ອນໄຫວນີ້ ຍັງສະແດງໃຫ້ເຫັນຄວາມສາມັກຄີແບບພິເສດ, ນໍ້າໃຈມິດຕະພາບຖານສະຫາຍອ້າຍນ້ອງ ຫວຽດນາມ - ລາວ ຢ່າງມີຊີວິດຊີວາ ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງຈາກຮຸ່ນຕ່າງໆ, ນັບມື້ນັບໄດ້ຮັບການສືບຕໍ່ພັດທະນາ ແລະແຜ່ຂະຫຍາຍໃຫ້ຄົນລຸ້ນຫຼັງ.

ໂດຍ: ໄຊຊະນະ